ພະແນກກະສິກໍາແຂວງສະຫວັນນະເຂດ ສັ່ງເພີ່ມຄວາມຮັບຜິດຊອບ ຕໍ່ການຜະລິດກະສິກໍາ ປີ 2020 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພະແນກກະສິກໍາແຂວງສະຫວັນນະເຂດ ສັ່ງເພີ່ມຄວາມຮັບຜິດຊອບ ຕໍ່ການຜະລິດກະສິກໍາ ປີ 2020




ພະແນກກະສິກໍາ ແລະປ່າ ໄມ້ແຂວງສະຫວັນນະເຂດ ໄດ້ ລົງຊຸກຍູ້ຊາວກະສິກອນຢູ່ບັນ ດາເມືອງຕ່າງໆ ເພື່ອສ້າງສິ່ງ ອໍານວຍຄວາມສະດວກໃຫ້ແກ່ການຜະລິດລະດູແລ້ງປີ 2019-2020 ໂດຍສະເພາະ ແມ່ນການປູກເຂົ້ານາແຊງ ໃຫ້ໄດ້ 30.000 ກວ່າເຮັກຕາ ສະນັ້ນເພື່ອເຮັດໃຫ້ການຜະລິດ ລະດູແລ້ງທ່ວງທັນກັບເວລາ ພະແນກກະສິກໍາ-ປ່າໄມ້ແຂວງ ກໍ່ໄດ້ຈັດສົ່ງພະນັກງານວິຊາ ການກະສິກໍາ, ດ້ານການປູກຝັງ ແລະລ້ຽງສັດ ລົງຕິດຕາມການ ຜະລິດຂອງປະຊາຊົນຕາມ ເມືອງຕ່າງໆ ຊຶ່ງໃນນີ້ໄດ້ສັ່ງ ການໃຫ້ຊາວກະສິກອນມີ ຄວາມພ້ອມເຂົ້າສູ່ການຜະລິດ ນາແຊງ ໃນປີນີ້ ໃຫ້ທ່ວງທັນກັບ ລະດູການ.
ຊຶ່ງການຜະລິດນາແຊງ ແລະປູກພືດລະດູແລ້ງປີ 2020 ນີ້ແມ່ນເນັ້ນໃຫ້ຂະແໜງຊົນ ລະປະທານ, ຂະແໜງປູກຝັງ, ຂະ ແໜງສົ່ງເສີມເຕັກນິກກະສິກໍາ, ຂະແໜງລ້ຽງສັດສຸມໃສ່ການຜະລິດເຂົ້ານາແຊງເພື່ອເປັນ ບອນອີງໃນການສະເຫນີທະນາຄານສະໜອງສິນເຊື່ອໃຫ້ຊາວ ກະສິກອນ, ກຸ່ມການຜະລິດ ໃນ ນີ້ ຂະແໜງຊົນລະປະທານກໍ່ໃຫ້ ປຸກລະດົມປະຊາຊົນເຂົ້າຮ່ວມ ໃນຂະບວນການສ້ອມແປງລະບົບຊົນລະປະທານທີ່ເປ້ເພ ແລະອະນາໄມຄອງເໝືອງ,ຈັກ ສູບນໍ້າໃຫ້ຢູ່ໃນສະພາບດີ ແລະ ນໍາໃຊ້ ເພື່ອຮັບປະກັນການສະ ໜອງນໍ້າໃຫ້ແກ່ການຜະລິດ ເຂົ້ານາແຊງ; ດ້ານແນວພັນກໍ່ໃຫ້ເລືອກເອົາແນວພັນດີມາ ນໍາໃຊ້ຖ້າບໍ່ພຽງພໍແມ່ນໃຫ້ພົວພັນນໍາສູນຜະລິດແນວພັນເຂົ້າ ຫລືສະຖາບັນຄົ້ນຄວ້າກະສິກໍາ ໂດຍໄດ້ແນະນໍາປະຊາຊົນທໍາ ການຕົກກ້າໃສ່ພາຖາດ ແລະ ພາສະນະອື່ນໆຕາມເງື່ອນໄຂ ເພື່ອຫລີກລ້ຽງຜົນກະທົບຕໍ່ ການແຕກໜໍ່ຂອງກ້າ, ເບື້ອງ ປັດໄຈການຜະລິດແມ່ນໃຫ້ກໍານົດຄວາມຕ້ອງການຢາປາບ ສັດຕູພືດ, ຝຸ່ນ, ອາຫານສັດ ແລະຢາປິ່ນປົວສັດ ໂດຍກະ ກຽມແຮໄວ້ໃຫ້ພຽງພໍ ເພື່ອ ຫລີກເວັ້ນບໍ່ໃຫ້ເກີດມີຊ່ອງວ່າງ ແລະການສວຍໂອກາດເອົາ ປຽບດ້ານລາຄາຕໍ່ຜູ້ຜະລິດ, ຕໍ່ການນໍາໃຊ້ກົນຈັກສໍາລັບ ບ່ອນທີ່ມີເງື່ອນໄຂກໍ່ໃຫ້ແນະ ນໍາການນໍາໃຊ້ກົນຈັກກະສິກໍາ ເຂົ້າຊ່ວຍເປັນຕົ້ນລົດໄຖນາ, ລົດຄາດນາ, ຈັກດໍານາ, ຈັກ ຟາດເຂົ້າຕາມທິດຫັນເປັນອຸດ ສາຫະກໍາທັນສະໄໝ, ສໍາລັບ ການລ້ຽງສັດໃຫ້ວິຊາການກະສິກໍາສືບຕໍ່ເຝົ້າລະວັງການແຜ່ ລະບາດຂອງສັດ ໂດຍສະເພາະ ແມ່ນໄຂ້ຫວັດສັດປີສາຍພັນ ໃໝ່ ແລະການລະບາດຂອງພະ ຍາດອະຫິວາໝູອາຟຣິກກາຖ້າ ເກີດບ່ອນໃດກໍ່ຮີບຮ້ອນຄວບ ຄຸມ ແລະກໍາຈັດໂດຍໄວ ພ້ອມ ປະຕິບັດມາດຕະການສະກັດ ກັ້ນການຄ້າຂາຍແບບບໍ່ຖືກ ຕ້ອງຕາມຊາຍແດນຢ່າງເຂັ້ມ ງວດ. ເພື່ອສະກັດກັ້ນການລະ ບາດຂອງພະຍາດສັດຕິດພັນ ກັບການລະດົມຂະບວນສັກຢາ ກັນພະຍາດ./.

Post Bottom Ad