ເຈົ້າແຂວງ ໄຊຍະບູລີ ລົງຊຸກຍູ້ຂະບວນການຜະຜິດລະດູແລ້ງຢູ່ 4 ເມືອງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າແຂວງ ໄຊຍະບູລີ ລົງຊຸກຍູ້ຂະບວນການຜະຜິດລະດູແລ້ງຢູ່ 4 ເມືອງ





ເພື່ອເປັນການຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າໃນ 4 ເມືອງເໜືອຂອງແຂວງ ໄຊຍະບູລີ ຄື: ເມືອງ ຄອບ, ເມືອງ ຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ໄດ້ດໍາເນີນການຜະລິດລະດູແລ້ງໃຫ້ທ່ວງທັນກັບລະດູການ ເປັນຕົ້ນແມ່ນການປູກພືດສະບຽງອາຫານ, ພືດອຸດສາຫະກໍາເປັນສິນຄ້າ ແລະ ລ້ຽງສັດຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ, ແນ່ໃສ່ເພື່ອທົດແທນພືດຕ່າງໆໃນລະດູປີ, ອັນເນື່ອງຈາກການຜະລິດລະດູປີຜ່ານມາຢູ່ແຕ່ລະເມືອງ, ແລະແຕ່ລະທ້ອງຖິ່ນໄດ້ຮັບຜົນກະທົບຈາກໄພພິບັດແຫ້ງແລ້ງ, ເຊິ່ງເຮັດໃຫ້ຜົນຜະລິດຂອງປະຊາຊົນບໍ່ໄດ້ຮັບໝາກຜົນຕາມແຜນການນັ້ນ, ດັ່ງນັ້ນ ໃນລະຫວ່າງວັນທີ 8-9 ມັງກອນຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ຈຶ່ງໄດ້ລົງຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູແລ້ງຂອງປະຊາຊົນຢູ່ເຂດ 4 ເມືອງເໜືອຂອງແຂວງ.
ໃຫ້ການຕ້ອນຮັບທ່ານເຈົ້າແຂວງພ້ອມຄະນະໃນຄັ້ງນີ້ ແມ່ນທ່ານເຈົ້າເມືອງ ແຕ່ລະເມືອງ, ພ້ອມດ້ວຍການນໍາຂອງເມືອງ.


ໃນໂອກາດນີ້, ບັນດາເຈົ້າເມືອງໄດ້ລາຍງານຂະບວນການຜະລິດລະດູແລ້ງຂອງປະຊາຊົນໃນແຕ່ລະເມືອງຄື: ເມືອງຄອບ ແຜນປູກເຂົ້ານາແຊງ 150 ເຮັກຕາ, ປັດຈຸບັນປັກດຳສຳເລັດແລ້ວ 50%, ສາລີແຂງ 200 ເຮັກຕາ, ປູກສຳເລັດແລ້ວ 80%, ໝາກຖົ່ວດິນ 200 ເຮັກຕາ,ປູກສຳເລັດແລ້ວ 80%, ໝາກໂມຂອງບໍລິສັດນ້ຳເຜິ້ງພັດທະນາກະສິກຳປູກສຳເລັດ 121,32 ເຮັກຕາ, ເມືອງຊຽງຮ່ອນ ແຜນປູກເຂົ້ານາແຊງ 850 ເຮັກຕາ, ປັກດໍາແລ້ວ 250,5 ເຮັກຕາ, ພືດເສດຖະກິດ 500 ເຮັກຕາ, ປະຕິບັດໄດ້ 311,74 ເຮັກຕາ, ເມືອງເງິນ ປູກເຂົ້ານາແຊງໃນເນື້ອທີ່ 19,69 ເຮັກຕາ, ປະຈຸບັນປັກດໍາສໍາເລັດແລ້ວ 100%, ແຜນການປູກພືດອຸດສາຫະກໍາເປັນສິນຄ້າ 265 ເຮັກຕາ, ປະຈຸບັນສາມາດປູກໄດ້ແລ້ວ 57,53 ເຮັກຕາ, ພືດສະບຽງອາຫານແຜນການ 412 ເຮັກຕາ, ປູກໄດ້ 404,1 ເຮັກຕາ, ເມືອງ ຫົງສາ, ນາແຊງ ຕາມແຜນການແມ່ນ 25 ເຮັກຕາ, ປະຕິບັດໄດ້ແລ້ວ 13,65 ເຮັກຕາ, ຜັກບົ່ວ ຕາມແຜນການ 100 ເຮັກຕາ, ປະຕິບັດໄດ້ 68 ເຮັກຕາ, ຜັກທຽມ 150 ເຮັກຕາ, ປະຕິບັດໄດ້ 99 ເຮັກຕາ, ສາລີຫວານ 60 ເຮັກຕາ, ປະຕິບັດໄດ້ 48 ເຮັກຕາ, ໝາກເຜັດ-ໝາກເຂືອ 55 ເຮັດຕາ, ປະຕິບັດໄດ້ 55 ເຮັກຕາ, ໝາກແຕງ 25 ເຮັກຕາ, ປະຕິບັດໄດ້ 25 ເຮັກຕາ, ໝາກໂມ 220 ເຮັກຕາ, ປະຕິບັດໄດ້ 165,08 ເຮັກຕາ, ໃນນີ້ ຂອງບໍລິສັດ ເອເຊຍກະເສດອິນຊີ ແມ່ນ 65,67 ເຮັກຕາ, ບໍລິສັດ ນໍ້າເຜີ້ງ 95,27 ເຮັກຕາ ແລະ ປະຊາຊົນທົ່ວໄປ 4,14 ເຮັກຕາ.


ໃນໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໆໄຊຍະບູລີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງການນໍາແຕ່ລະເມືອງ, ພ້ອມທັງໄດ້ຊີ້ນໍາໃຫ້ການນໍາແຕ່ລະເມືອງຈົ່ງສືບຕໍ່ສຸມໃສ່ນໍາພາປະຊາຊົນໃນການຜະລິດລະດູແລ້ງໃຫ້ໄດ້ຕາມແຜນການ, ເປັນຕົ້ນແມ່ນ: ການປູກເຂົ້ານາແຊງ, ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກໍາເປັນສິນຄ້າເພື່ອສົ່ງອອກ, ເພື່ອໃຫ້ປະຊາຊົນມີລາຍຮັບທີ່ໝັ້ນທ່ຽງ ແລະ ສົ່ງເສີມນັກລົງທຶນດ້ານການປູກ-ການລ້ຽງຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢູ່ພາຍໃນເມືອງຂອງຕົນໃຫ້ຫຼາຍ, ພ້ອມທັງເຝົ້າລະວັງການລະບາດຂອງພະຍາດສັດຕາມລະດູການ, ຕ້ອງມີການສັກຢາວັກຊິນເພື່ອປ້ອງກັນ, ເຝົ້າລະວັງການລະບາດຂອງສັດຕູພືດ, ຈັດຕັ້ງກັນເພື່ອປ້ອງກັນໄຟໄໝ້ລາມປ່າ ແລະ ພິເສດແຕ່ລະເມືອງຕ້ອງກະກຽມຄວາມພ້ອມດ້ານຕ່າງໆເພື່ອຮອງຮັບໃຫ້ນັກທ່ອງທ່ຽວ, ແຂກໄປ-ໄທມາ, ທີ່ເຂົ້າມາແຂວງ ໄຊຍະບູລີ ຜ່ານດ່ານປາງມອນ, ເຊິ່ງດ່ານດັ່ງກ່າວຈະໄດ້ຍົກລະດັບເປັນດ່ານສາກົນໃນມໍ່ນີ້, ໂດຍນໍາໃຊ້ເສັ້ນທາງຫຼັກຜ່ານແຕ່ລະເມືອງອອກສູ່ແຂວງພາກເໜືອຂອງ ສປປ ລາວ ເຊັ່ນ: ທີ່ພັກແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ, ສິນຄ້າໂອດ໊ອບ, ຂອງທີ່ລະນຶກ, ເພື່ອໃຫ້ນັກທ່ອງທ່ຽວໄດ້ແວ່ເບິ່ງ, ແວ່ກິນ ແລະ ຊື້ຕິດໄມ້ຕິດມືໄປພ້ອມ, ທັງນີ້ກໍ່ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ ນັກຂ່າວຫ້ອງວ່າການ ແຂວງ ໄຊຍະບູລີ
ທີ່ມາ: Lao National Radio

Post Bottom Ad