ມາຮູ້ 12 ປະໂຫຍດທີ່ຈະໄດ້ຮັບຈາກການມີອາລົມດີ ຫລື ການຍິ້ມແຍ້ມແຈ່ມໃສ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ 12 ປະໂຫຍດທີ່ຈະໄດ້ຮັບຈາກການມີອາລົມດີ ຫລື ການຍິ້ມແຍ້ມແຈ່ມໃສ່





ການຍີ້ມ ຫົວ ຫລື ການມີອາລົມດີ ມີສຸຂະພາບຈິດທີ່ດີ ມີປະໂຫຍດທັງກັບຮ່າງກາຍ,ຈິດໃຈ
ລວມໄປເຖິງຜິວພັນນຳ ແຖມຍັງເຮັດໃຫ້ເຮົາມີບຸກຄະລິກເປັນຄົນອາລົມດີ,ລ່າເລີງ,ແຈ່ມໃສ ມາເບິ່ງກັນວ່າການຫົວສົ່ງຜົນດີີຫຍັງກັບສຸຂະພາບຮ່າງກາຍຂອງເຮົານຳ… ຮູ້ແລ້ວກໍ “ຫົວມື້ລະນິດ ຈິດແຈ່ມໃສ”

1. ເປັນການເພີ່ມລະດັບຮໍໂມນຝ່າຍດີ ເຊັ່ນ ຮໍໂມນເອັນດໍຟິນ ຊຶ່ງເປັນຮໍໂມນທີ່ຊ່ວຍລະງັບຄວາມເຈັບປວດ ແລະ ຮໍໂມນເຊໂລໂທນິນ ເປັນຮໍໂມນທີ່ເຮັດໃຫ້ເຮົາອາລົມດີ ຂະນະດຽວກັນກໍເຮັດໃຫ້ລະດັບຮໍໂມນຄວາມຄຽດລົດລົງ

2. ຫລັ່ງສານໂດຟາມີນທີ່ຊ່ວຍໃນການຮຽນຮູ້ແລະຄວາມຊົງຈຳ ສົ່ງຜົນດີີຕໍ່ລະບົບປະສາດ ຊ່ວຍລຸດຄວາມຄຽດ ແລະເຮັດໃຫ້ຮໍໂມນຄໍຣຕິຊອນກັບມາຢູ່ໃນລະດັບທີ່ສົມດຸນ

3. ເກີດການປ່ຽນຖ່າຍອອກຊິເຈນ ຟອກເລືອດດຳໃຫ້ເປັນເລືອດແດງ ຈຶ່ງເຮັດໃຫ້ເຊວປະສາດຫົວໃຈ ປອດ ຄໍ ແຂງແຮງຂຶ້ນ

4. ເກີດຄວາມຮ້ອນແລະການເຜົາຜານພະລັງງານ ຊ່ວຍຂ້າເຊື້ອພະຍາດແລະປ້ອງກັນພະຍາດກ່ຽວກັບທາງເດີນຫາຍໃຈ ທັງໄຂ້ຫວັດ,ພູມແພ້,ຫອບຫືດ,ໄຊນັດ, ຄວາມດັນເລືອດ,ພະຍາດຫົວໃຈ,ພະຍາດປອດ

5. ເຮັດໃຫ້ລະບົບຍ່ອຍອາຫານແລະການຂັບຖ່າຍເຮັດວຽກດີຂຶ້ນ

6. ຫົວໃຈສາມາດສູບສີດເລືອດໄປລ້ຽງສ່ວນຕ່າງໆຫລາຍຂຶ້ນຫົວໃຈເຮັດວຽກເປັນລະບົບຂຶ້ນ

7. ຊ່ວຍຜ່ອນຄາຍຄວາມຄຽດ ກ້າມເນື້ອບໍລິເວນໃບໜ້າຍືດຫຍຸ່ນ ຜິວພັນດີ

8. ຊ່ວຍທຳລາຍສານອານຸມູນອິດສະຫລະທີ່ເຮັດໃຫ້ເກີດພະຍາດມະເຮັງ

9. ການຫົວເຮັດໃຫ້ກະບັງລົມເຄື່ອນໄຫວ ຊ່ວຍໝຸນວຽນອາກາດໃນປອດ ຊ່ວຍຂັບອາກາດເສຍແລະຮັບອອກຊິເຈນເຂົ້າປອດໄດ້ຢ່າງເຕັມທີ່

10. ການຫົວເຮົາ 30 ວິນາທີ – 5 ນາທີ 10 ເທື່ອຕໍ່ມື້ຈະຊ່ວຍໃຫ້ຄວາມຢາກອາຫານລຸດລົງມີຜົນໃຫ້ການຄວບຄຸມນ້ຳໜັກດີຂຶ້ນ

11. ການຫົວພຽງ 15-20 ນາທີຊ່ວຍໃຫ້ຫົວໃຈໄດ້ອອກກຳລັງກາຍ 3-5 ນາທີ

12. ຊ່ວຍໃຫ້ກ້າມເນື້ອເທິງໃບໜ້າ 12 ຊະນິດແລະກ້າມເນື້ອບໍລິເວນຮ່າງກາຍອີກ 15 ຊະນິດ ໄດ້ອອກກຳລັງໄປໃນຕົວ

Post Bottom Ad