ລະວັງ ໃຜທີ່ມັກດື່ມນໍ້າໃນປະລິມານຫລາຍໃນຄັ້ງດຽວ ຫລື ດື່ມແບບຟ້າວໆ ຈະເຮັດໃຫ້ເສຍສຸຂະພາບໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລະວັງ ໃຜທີ່ມັກດື່ມນໍ້າໃນປະລິມານຫລາຍໃນຄັ້ງດຽວ ຫລື ດື່ມແບບຟ້າວໆ ຈະເຮັດໃຫ້ເສຍສຸຂະພາບໄດ້





ການດື່ມນໍ້າເປັນສິ່ງຈຳເປັນຫລາຍໃນຊີວິດປະຈຳວັນ ການດື່ມນໍ້າບໍ່ພຽງແຕ່ແກ້ອາການອ່ອນເພຍຈາກການເຮັດວຽກ ຫລື ເຮັດກິດຈະກຳຕ່າງໆແລ້ວ ມັນຍັງເປັນອີກນຶ່ງປັດໃຈທີ່ເຮັດໃຫ້ສຸຂະພາບແຂງແຮງອີກດ້ວຍ
ແຕ່ການດື່ມນໍ້າທີ່ຖືກຕ້ອງນັ້ນ ຄົນສ່ວນຫລາຍຍັງ ບໍ່ຮູ້ຢ່າງເລີກເຊີງ ວ່າ ຄວນດື່ມຕອນໃດຈະດີທີ່ສຸດ
 ຕາມປົກກະຕິຄົນສ່ວນຫລາຍກໍ່ຈະຄິດວ່າ ຈະດື່ມນໍ້າໃນເວລາທີ່ຢາກຫລືຫິວນໍ້າ ແລະ ນັ້ນກໍ່ຖືກຕ້ອງຢູ່
ແຕ່ການດື່ມນໍ້າທີ່ຖືກຕ້ອງ ແມ່ນຄວນດື່ມຫລັງຕື່ນນອນ 1 ຫລື 2 ຈອກ
ຫລັງອາຫານ ຫລື ກ່ອນອາຫານ
ຫລັງຈາກອອກກຳລັງກາຍ ຫລື ກ່ອນກໍ່ໄດ້ ແຕ່ສິ່ງສຳຄັນທີ່ສຸດກໍ່ຄວນເປັນນໍ້າທີ່ສະອາດ ແລະ ຢູ່ໃນອຸນຫະພູມຫ້ອງຈະເປັນການດີຕໍ່ການຫມູນວຽນຂອງເລືອດ ຫລື ການຍ່ອຍອາຫານ
ຖ້າອາກາດເຢັນຄວນຈະດື່ມນໍ້າອຸ່ນຈະເປັນການດີ ເພາະຈະເຮັດໃຫ້ຮ່າງກາຍຂອງເຮົາອົບອຸ່ນໄປນຳ

ດື່ມນ້ຳແບບຟ້າວຟັ່ງອັນຕະລາຍ 
ໃຜໆກໍ່ບອກວ່າຄວນຈະດື່ມນ້ຳໃຫ້ໄດ້ 8 ຈອກຕໍ່ມື້, 
ແຕ່ຕ້ອງຄ່ອຍໆດື່ມໄປຕະຫລອດວັນ ບໍ່ແມ່ນໝົດມື້ບໍ່ດື່ມເລີຍແລ້ວມາດື່ມໃນຄັ້ງດຽວ 
ເພາະການດື່ມນ້ຳໃນປະລິມານຫລາຍໆໃນຄັ້ງດຽວອາດເຮັດໃຫ້ອາການນ້ຳເປັນພິດ 
ເນື່ອງຈາກເລືອດຈາງ ແລະ ອາດເຮັດໃຫ້ເປັນຕະຄິວ, ກ້າມເນື້ອເຄັ່ງຕາມມາ. 
ຖ້າອາການເຄັ່ງດັ່ງກ່າວໄປເກີດຢູ່ສະໝອງ, ຫົວໃຈ ຫລື ປອດ ກໍ່ອາດຈະເຮັດໃຫ້ລະບົບຫາຍໃຈຫລົ້ມເຫລວ ແລະ ເສຍຊີວິດໄດ້.

Post Bottom Ad