ມາຮູ້ວິທີແກ້ອາການປວດທ້ອງຖ່າຍໃນເວລາລົດຕິດ ຫລື ເວລາສຸກເສີນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ວິທີແກ້ອາການປວດທ້ອງຖ່າຍໃນເວລາລົດຕິດ ຫລື ເວລາສຸກເສີນ



ຄິດວ່າໃຜໆຄົງຈະເຄີຍເປັນ ໂດຍສະເພາະມະນຸດເງິນເດືອນທີ່ຕ້ອງຕື່ນເດິກລຸກເຊົ້າໄປວຽກ ບາງຄັ້ງກໍ່ຕື່ນສວຍບໍ່ທັນໄດ້ເຂົ້າຫ້ອງນໍ້າຖ່າຍຫນັກເພາະຕ້ອງໃຊ້ເສຍເວລາ ອາດເຮັດໃຫ້ໄປວຽກສວຍໄດ້

ຫລື ອາດຈະເປັນພໍ່ແມ່ພີ່ປ້ານ້າອາຕ້ອງໄດ້ຂັບລົດໄປຮັບ ສົ່ງລູກຫລານແຕ່ເຊົ້າຮອດແລງ ເລື້ອງນີ້ສາມາດເກີດຂຶ້ນໄດ້ກັບທຸກຄົນທຸກເພດທຸກໄວ ແລະ ທຸກອາຊີບ ໂດຍສະເພາະ ຜູ້ທີ່ຈຳເປັນຕ້ອງເດີ່ນທາງ ຫລື ໃຊ້ລົດໃຊ້ຖະຫນົນຫົນທາງ ຕ້ອງມັກພົບກັບບັນຫາລົດຕິດຕ່າງໆ

ບາງຄັ້ງອາດເກີດອາການໃນເວລາລົດຕິດໂດຍສະເພາະອາການປວດຖ່າຍຫນັກໃນເວລາລົດຕິດ ຫລຽວໄປທາງໃດກໍ່ອອກບໍ່ໄດ້ ທັງຍັງຮູ້ສຶກທໍລະມານ ບອກບໍ່ຖືກເລີຍ ຂັບລົດກໍ່ຈະໃຈຮ້າຍແນ່ ເພາະມັກມີອາການປວດໆຫນວງໆ ທົນບໍ່ໄຫວມາ ຍໍ້າຕະຫລອດ



ມື້ນີ້ແອດມິນເລີຍ ມາບອກວິທີແກ້ບັນຫາໃນເບື້ອງຕົ້ນງ່າຍ

ກ່ອນອື່ນແມ່ນຕ້ອງພະຍາຍາມ ຊອກຫາຢາມັອງ ຫລື ຢາດົມທີ່ມີລົດເຢັນມາຊ່ວຍ ອາດຈະເປັນແນວທາ ຫລື ແນວນໍ້າກໍ່ໄດ້ຫມົດ ແຕ່ສ່ວນຫລາຍແອດຈະມັກໃຊ້ ຊຽງພິວອິ້ວທີ່ມີຂາຍຕາມຮ້ານຂາຍຢາທົ່ວໄປເລີຍ




ເມື່ອໄດ້ມາແລ້ວກໍ່ເອົາມາທາໃສ່ບ່ອນໄສ້ບື ແລະ ບໍລິເວນທ້ອງ ແຕ່ເຫນັ້ນບ່ອນໄສ້ບືຫລາຍໆ
ຖ້າປວດຫນ້ອຍກໍ່ໃສ່ຫນ້ອຍ ແຕ່ຖ້າປວດຫລາຍແນ່ກໍ່ໃສ່ຫລາຍ ບໍ່ຮອດນາທີອາການປວດຖ່າຍຫນັກກໍ່ຈະບັນເທົາລົງບໍ່ຫລາຍກໍ່ຫນ້ອຍ

ຖ້າຫາກຂັບລົດພໍເຫັນຮ້ານທີ່ມີຫ້ອງນໍ້າ ຫລື ປໍ້ານໍ້າມັນທີ່ມີຫ້ອງນໍ້າກໍ່ຄວນຈອດເຂົ້າກ່ອນເດີ້ ແອດມິນບໍ່ແນະນຳໃຫ້ອົດໄວ້ເພາະມັນຈະເຮັດໃຫ້ລະບົບຂັບຖ່າຍບໍ່ດີ

ແລະນີ້ກໍ່ເປັນເຂັດບໍ່ລັບມາຝາກແຟນເພຈ ປະກາດ ຫວັງວ່າທຸກທ່ານຈະໄດ້ປະໂຫຍດຈາກຂໍ້ມູນເຫລົ່ານີ້
ຖືກໃຈກໍ່ກົດແຊຣໃຫ້ຫມູ່ຄູ່ພີ່ນ້ອງຮູ້ທົ່ວໆແນ່ເດີ້.



Post Bottom Ad