ມື້ນີ້ ເອົາສູດເຮັດຫມົກດອກແຄ ແຊບໆມາຝາກທຸກຄົນເດີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມື້ນີ້ ເອົາສູດເຮັດຫມົກດອກແຄ ແຊບໆມາຝາກທຸກຄົນເດີ້





ຫມົກດອກແຄ ເປັນອາຫານພື້ນເມືອງລາວເຮົາ ເປັນອາຫານທີ່ດີຕໍ່ສຸຂະພາບນຳອີກ ດັ່ງນັ້ນມື້ນີ້ແອດມິນ ເລີຍຫາສູດເຮັດຫມົກດອກແຄມາຝາກໃຫ້ແຟນເພຈ ໄດ້ຮູ້ວິທີແລະນຳໄປເຮັດເບິ່ງ ຫລື ສາມາດເຮັດຂາຍ ກໍ່ສາມາດສ້າງລາຍໄດ້ນຳອີກ ເປັນຄວາມຮູ້ຮອບຕົວໃຫ້ທຸກຄົນ








ສ່ວນປະກອບ

- ຊີ້ນ​ໜູ: ຊີ້ນ​ງ່ອນ 0,5 ກິ​ໂລກລາມ

- ຫົວບົວ​ແດງ: 8 ຫົວ

- ໜາ​ກ​ເພັດ​ກົ້ນ​ຊີ້5 ໜ່ວຍ

- ນາງ​ຕູ່ 1 ຂີດ

- ຜັກ​ບົວ​ໃບ 1 ຂີດ

- ດອກ​ແຄ 20 ດອກ

- ​ໃບຕອງ 5 ກ້າມ

- ນ້ຳປາ 2 ບ່ວງ​ແກງ

- ​ເກືອ 1 ບ່ວງ

- ​ເຂົ້າ​ເບືອ 1 ຂີດ

- ນ້ຳ​ດື່ມ​ 1 ຈອກ

- ​ໄມ້​ຂະ​ນັດ

v ຜັກ​ກັບ:

- ໜາ​ກ​ເຂືອ​ອ່ອນ,​ຜັກກາດ​ຊ້ອມ ​ແລະໜາ​ກຖົ່ວ​ເບີ​ນຳ​ມາ​ຕົ້ມ​ໃຫ້​ສຸກ


 ວິທີ​ກະກຽມປຸງແຕ່ງ

- ຊີ້ນ​ໜູ​ລ້າງ​ນ້ຳໃຫ້​ສະອາດ​ແລ້ວ​ຜັກ​ໃຫ້​ມຸ່ນ

- ດອກ​ແຄ​ລ້າງນ້ຳ​ໃຫ້​ສະອາດ​ແລ້ວ​ເອົາ​ເກສອນ​ອອກ​ໃຫ້​ໜົດ

- ​ໃບຕອງ​ຕາດ​ແດດ​ໃຫ້​ອອ່ນນຳ​ມາ​ແຈ​ເປັນ​ແຜ່ນ​ກ້ວາງ​ປະມານ 25 cm ​ແລ້ວ​ເຊັດ​ໃຫ້​ສະອາດ

- ​ເຂົ້າສານ​ມາ​ມ່ານ​ໃຫ້​ໄນ ​ແລ້ວ​ຕຳ​ໃຫ້​ມຸ່ນ

- ຫົວ​ບົວ​ແຫ້ງປອກ​ເປືອກ​ແລະໜາ​ກ​ເພັດ​ເດັດ​ຂ້ວນ​ອອກ​ແລ້ວ​ຕຳ​ໃຫ້​ແຫຼກ

- ໜາ​ກ​ເພັດ​ເດັດ​ຂ້ວນ​ອອກ​ແລ້ວ​ລ້າງ​ນ້ຳ​ໃຫ້​ສະອາດ

- ຜັກ​ບົວ​ໃບ, ນາງ​ຕູ່ ​ແລະຜັກຊີລ້າງ​ນ້ຳ​ໃຫ້​ສະອາດ ​ແລ້ວ​ຊ້ອຍ​ເປັນ​ຕ້ອນ​ປະມານ 1 ຂໍ້ມື



ວິທີ​ປຸງແຕ່ງ 

​ເອົາ​ເຂົ້າ​ເບື່ອ​ທີ່​​ຕຳ​ມຸ່ນ​ແລ້ວ​ ​ແລະຫົວບົວ​ແຫ້ງ, ໜາ​ກ​ເພັດ​ທີ່​ຕໍາ​ແຫຼກ, ​ເກືອ​ມາຕຳ​ໃຫ້​ເຂົ້າກັນ​ ນຳ​ເອົາ​ຊີ້ນ, ຜັກ​ບົວ​ໃບ, ຜັກ​ນາງ​ຕູ່​, ນ້ຳປາມາ​ໃສ່​ຄົກ​ແລ້ວ​ຄົ້ນ​ໃຫ້​ເຂົ້າກັນນຳ​ເອົາ​ເຄື່ອງ​ທີ່​ຄົ້ນ​ເຂົ້າກັນ​ລະອຽດ​ແລ້ວ​ມາ​ຍັດໃສ່​ດອກ​ແຄ​ເທື່ອ​ລະ​ດອກ​ພໍປະມານ​ແລ້ວ​ມາ​ນຳ​ເອົາ​​ໃບຕອງ​ທີ່​ກຽມ​ໄວ້​ນັ້ນ​ມາ​ຫໍ່ດອກ​ແຄ​ປະມານ​ຫໍ່​ລະ3ດອກ​ແລ້ວ​ກໍ່​ເອົາ​ໄມ້​ຂະ​ນັດ​ໆໄວ້​ຫຼັງ​ຈາກ​ນັ້ນກໍ່​ເອົາ​ໄປ​ໜຶ້ງ​ໃຫ້​ສຸກ ​ແລ້ວ​ນຳ​ມາ​ໃສ່​ຈານ​ເສີ​ບຄູ່​ກັບ​ເຂົ້າໜຽວ ​ແລະຜັກ​ກັບ.












































v ພິທິກຳ​ທີ່​ນຳ​ໃຊ້

- ຮັບ​ປະທານ​ພາຍ​ໃນ​ຄອບຄົວ

- ຮັບ​ປະທານ​ໃນ​ພິທີ​ງານ​ບຸນ​ປະ​ເພນີ​ຕ່າງ​ໆ

- ຕ້ອນຮັບ​ແຂກ​ບ້ານ​ແຂກ​ເມືອງ

Post Bottom Ad