ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຜູ້ບໍລິຫານພາກທຸລະກິດ ອາຊຽນ-ສ.ເກົາຫລີ ໃນຕອນເຊົ້້າຂອງມື້ນີ້ ວັນທີ 25 ພະຈິກ 2019 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ໜ້າວຽກໃນການບັນລຸຄວາມສົມບູນພູນສຸກຮ່ວມກັນ”.
ຊຶ່ງກອງປະຊຸມດັ່ງກ່າວນີ້, ບັນດານັກທຸລະກິດຂອງ ອາຊຽນ-ສ.ເກົາຫລີ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ແນ່ໃສ່ຜັນຂະຫຍາຍສັນຍາເຂດການຄ້າເສລີ ອາຊຽນ-ສ.ເກົາຫລີ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ອາຊຽນ-ສ. ເກົາຫລີ ໃຫ້ນັບມື້ນັບເພີ່ມຂຶ້ນໃນທ່າມກາງທີ່ສະພາບເສດຖະກິດໂລກຖົດຖອຍ ອັນເນື່ອງມາຈາກລັດທິປົກປ້ອງພາຍໃນ ແລະ ສົງຄາມການຄ້າໃນປະຈຸບັນ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດນະວັດຕະກຳທາງດ້ານວັດທະນະທຳ ອາຊຽນ-ສ.ເກົາຫລີ ທີ່ແນໃສ່ປຶກສາຫາລື ກ່ຽວກັບ ການສ້າງຄວາມສົມບູນພູນສຸກຮ່ວມກັນ ໃນຂະ ແໜງວັດທະນະທໍາ-ສັງຄົມ ລະຫວ່າງ ອາຊຽນ, ສ. ເກົາຫລີ ເປັນຕົ້ນ: ຂະແໜງສິລະປະ, ບັນເທິງ, ຮູບເງົາ ແລະ ອື່ນໆ.
ໃນມື້ວານທີ່ຜ່ານມາ ທ່ານ ທອງລຸນ ຍັງໄດ້ເຂົ້າຮ່ວມພິທີວາງສີລາລືກໂຄງການເມືອງອັດສະລິຍະປູຊານ ທີ່ ປູຊານ ສ. ເກົາຫລີ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ເພື່ອສະເຫຼີມສະເຫຼີມສາຍພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ.
ໂຄງການດັ່ງກ່າວເປັນໜຶ່ງໃນໂຄງການທົດລອງລະດັບຊາດຕົວເມືອງອັດສະລິຍະຂອງ ສ. ເກົາຫລີ ແນ່ໃສ່ສ້າງຕົວເມືອງທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ. ເຂົ້າຮ່ວມໃນພິທີວາງສີລາລືກຄັ້ງນີ້ຍັງມີ ປະທານາທິບໍດີ ສ. ເກົາຫລີ ແລະ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ໄທ.
ຂ່າວ: ວຽງຈັນທາຍ
ພາບ: ສຳນັກງານນາຍົກລັດຖະມົນຕີ