ຊີ້ນແຫ້ງບ່າຍເຂົ້າຮ້ອນໆເປັນອີກເມນູທີ່ຫລາຍໆຄົນມັກ ເຮັດໄດ້ງ່າຍສາມາດເກັບໄວ້ໄດ້ດົນ
ມື້ນີ້ເຮົາກໍ່ມີວິທີເຮັດຊີ້ນແຫ້ງມາຝາກນໍຳເດີ.
ວັດຖຸດິບທີ່ຕ້ອງກຽມ
- ຊີ້ນງົວ ຫລື ຊີ້ນຫມູ ຕິດມັນ 1 ກິໂລ
- ຊອດຫອຍນາງລົມ 4 ບ່ວງ
- ຊິອີ້ວຂາວ 4 ບ່ວງ
- ເກືອເຄິ່ງບ່ວງ
- ພິກໄທບົດ(ຕາມໃຈມັກ)
- ງາຂາວ
ວິທີເຮັດ:
ເອົາຊີ້ນມາຊອຍເປັນຕ່ອນຍາວພໍປະມານ ເອົາຊອດຫອຍ,ຊິອີ້ວຂາວ,ເກືອ,ພິກໄທ ແລ້ວຄັ້ນໃຫ້ເຂົ້າກັນ 5-10ນາທີ ໃສ່ງາຂາວລົງໄປແລ້ວຄັ້ນໃຫ້ເຂົ້າກັນອີກເທື່ອໜື່ງ ນໍາໄປປະໄວ້ໃນຕູ້ເຢັນ 2 ຊົ່ວໂມງ ເມື່ອຄົບເວລາແລ້ວກໍ່ນຳໄປຕາກແດດປະມານ 3-4 ຊົ່ງໂມງ ກໍ່ຈະໄດ້ຊີ້ນແຫ້ງໄວ້ທອດ ຫລື ປີ້ງບ່າຍກັບເຂົ້າຮ້ອນໆແລ້ວ.