ແຈ່ວບອງ ຫຼວງພະບາງ ແຈ່ວບອງ ເປັນອາຫານພິ້ນເມືອງຂອງຄົນລາວເຮົາມາແຕ່ດົນນານ ເປັນສັນຍາລັກຂອງຊາວນະຄອນຫຼວງພະບາງ, ດ້ວຍລົດຊາດອັນເປັນເອກະລັກ ແລະ ແຊບຊ້ອຍຈຶ່ງໄດ້ຖືກເຜີຍແຜ່ໄປທົ່ວປະເທດລາວ ຊຶ່ງແຕ່ລະແຂວງກໍ່ໄດ້ມີວິທີວັດຖຸດິບ ແລະ ວິທີການປຸງແຕ່ງທີ່ອາດແຕກຕ່າງກັນພຽງເລັກນ້ອຍ ມື້ນີ້ແອດມິນຈະມານຳສະເໜີວິທີການເຮັດແຈ່ວບອງແຊບໆແບບສະບັບແຂວງຫຼວງພະບາງ.
ວັດຖຸດິບໃນການປຸ່ງແຕ່ງ:
- ໜັງແຫ້ງ
- ໝາກເພັດໃຫຍ່ແຫ້ງ
- ຫົວຂີງ
- ຫົວຂ່າ
- ຫົວຜັກບົ່ວແຫ້ງ
- ຫົວຜັກທຽມແຫ້ງ
- ເກືອ, ແປ້ງນົວ, ນ້ຳຕານ
- ນ້ຳມັນພຶດ
ວິທິການປຸງແຕ່ງ:
- ເອົາໜັງແຫ້ງໄປໄປຈີ່ໃຫ້ສຸກ, ຈາກນັ້ນ ທຸບ ແລະ ຊອຍໃຫ້ເປັນຕ່ອນນ້ອຍໆ ແລ້ວນຳໄປແຊ່ນ້ຳເພື່ອໃຫ້ໜັງອ່ອນ.
- ເອົາຫົວຂ່າ, ຫົວຂີງ, ຫົວຜັກທຽມແຫ້ງ, ຫົວຜັກບົ່ວແຫ້ງມາປອກ ແລ້ວລ້າງດ້ວຍນ້ຳໃຫ້ສະອາດ ແລ້ວນຳມາຈຶນດ້ວຍນ້ຳມັນພືດເປີດໄຟອ່ອນໆ ພໍເປັນສີເຫຼືອງ. ແລ້ວນຳມາຕຳລວມກັນໃຫ້ມຸ່ນ.
- ນຳເອົາໝາກເພັດໃຫຍ່ແຫ້ງທີ່ເຮົາກຽມໄວ້ ມາແກະເອົາແຕ່ກາບໄປແຊ່ນ້ຳອຸ່ນປະມານ 1 ຊົ່ວໂມງ ແລ້ວຕຳໃຫ້ມຸ່ນ. ຈາກນັ້ນເອົາມາຂົ້ວປະສົມກັບໜັງອ່ອນ ແລະ ເຄື່ອງປະສົມທີ່ຕຳໄວ້. ປຸງລົດຊາດດ້ວຍ ເກືອ, ແປ້ງນົວ, ນ້ຳຕານ. ພຽງເທົ່ານີ້ເຮົາກໍ່ມີແຈ່ວບອງແຊບໆໄວ້ກິນຕະຫຼອດປີແລ້ວ. ວິທີການເກັບຮັກສາ: ບັນຈຸແຈ່ວບອງລົງໃນກວດແກ້ວ ຫຼື ກະປຸກ ເກັບໄວ້ໃຫ້ຫ່າງຈາກແສງແດດ ແລະ ອຸນຫະພູມທີ່ສູງເກີນໄປ ສາມາດເກັບໄວ້ໄດ້ດົນປະມານ 4-5 ເດືອນ.