ເມື່ອບໍ່ດົນມານີ້ຫົວເຫວີຍໄດ້ມີການເປີດໂຕ HUAWEI Y9 Prime 2020 ເຊິ່ງເປັນສະມາດໂຟນກ້ອງໜ້າປ໋ອບອັບລຸ້ນທຳອິດຂອງຫົວເຫວີຍ ແລະ ມາຮອດຕອນນີ້ກໍໄດ້ເປີດໂຕສະມາດໂຟນອີກລຸ້ນທີ່ມີກ້ອງໜ້າປ໋ອບອັບຄືກັນ ແຕ່ຕ່າງຈາກລຸ້ນເກົ່າຢູ່ບ່ອນວ່າ HUAWEI Y9 s 2020 ນີ້ມີກ້ອງຫຼັງຄົມຊັດເຖິງ 48 ລ້ານພິກເຊວ
ສຳລັບ HUAWEI Y9 s 2020 ນີ້ມີຮູບຊົງສວຍງາມຫຼູຫຼາ ໃຫ້ການສໍາຜັດເວລາຈັບຖືມີຄວາມພຣີມຽມດ້ວຍການອອກແບບສີສັນຝາຫຼັງທີ່ຄ້າຍຄືກັບລຸ້ນເຮືອທົງ Huawei P30 Series ເຊິ່ງໃນ HUAWEI Y9 s 2020 ເອີ້ນວ່າສີຟ້າມ້ວງ, ເຊິ່ງລຸ້ນນ້ອງໃໝ່ HUAWEI Y9 s 2020 ນີ້ມີທັງໝົດສອງສີຄື: ສີຟ້າມ້ວງ ແລະ ສີດໍາ.
HUAWEI Y9 s 2020 ປະກອບມີກ້ອງຫຼັງທັງໝົດ 3 ເລນຄື: ເລນ Bokeh ຄວາມລະອຽດ 2 ລ້ານພິກເຊວຮູຮັບແສງ f/2.8, ເລນຫຼັກ ຄວາມລະອຽດ 48 ລ້ານພິກເຊວ ຮູຮັບແສງ f/1.8, ເລນມຸມກວ້າງຄວາມລະອຽດ 8 ລ້ານພິກເຊວ ຮູຮັບແສງ f/2.4. ສ່ວນດ້ານກ້ອງໜ້າຈະເປັນກ້ອງປ໋ອບອັບຄວາມລະອຽດ 16 ລ້ານພິກເຊວ ຮູຮັບແສງ f/2.2.
ດ້ານໜ່ວຍຄວາມຈໍາລຸ້ນນີ້ໃຫ້ RAM 6GB, ROM 128GB ເຊິ່ງໜ່ວຍບັນຈຸຄວາມຈໍາປະມານນີ້ແມ່ນໃຫ້ມາຄຸ້ມຄ່າເໝາະສົມກັບລາຄາປະຢັດແບບນີ້.
ແບັດຕາລີ HUAWEI Y9 s 2020 ມີບັນຈຸ 4000mAh ສາຍສາກແບບ Type C ຊ່ວຍໃຫ້ເວລາສາກແບັດຕາລີຈະເຕັມໄວ ແລະ ເວລາຖ່າຍໂອນຂໍ້ມູນຈະມີຄວາມປອດໄພສະດວກສະບາຍຫຼາຍຂຶ້ນ.
ດັ່ງທີ່ຮູ້ກັນ HUAWEI Y9 s 2020 ເປັນສະມາດໂຟນທີ່ມີກ້ອງເຊວຟີແບບປ໋ອບອັບດັ່ງນັ້ນແນ່ນອນວ່າໜ້າຈໍຕ້ອງເປັນໜ້າແບບໄຮ້ຂອບ Full View Display, ເຮັດໃຫ້ອັດຕາສ່ວນໜ້າຈໍຕໍ່ໂຕເຄື່ອງທີ່ໄດ້ນັ້ນໃຫຍ່ຂຶ້ນເຖິງ 91% ເມື່ອທຽບກັບ Y9 2019 ພຽງ 82.8% ແລະ Y9 2018 ເຖິງ 77%.
ນອກຈາກກ້ອງໜ້າປ໋ອບອັບທີ່ເປັນເອກະລັກຂອງລຸ້ນນີ້ແລ້ວ ທີ່ໜ້າຕື່ນເຕັ້ນທີ່ສຸດຂອງລຸ້ນນີ້ຄືກ້ອງຫຼັງຂອງມັນທີ່ໃຫ້ຄວາມຄົມຊັດມາເຖິງ 48 ລ້ານພິກເຊວທຽບເທົ່າລະດັບເຮືອທົງແຕ່ລາຄາສຸດຍ່ອມເຍົາສະບາຍກະເປົ໋າ ໃຜໆກະສາມາດເປັນເຈົ້າຂອງໄດ້ດ້ວຍລາຄາປະຢັດແບບນີ້. ດ້ວຍໜ້າຈໍທີ່ໄຮ້ຂອບສະແດງຜົນໄດ້ເຕັມຕາເຮັດໃຫ້ໜ້າຫຼົງໄຫຼຍິ່ງຂຶ້ນໃຫ້ຄວາມສົມຈິງຫຼາຍກວ່າ 15% ເມື່ອທຽບກັບ Y9 2019 ທີ່ເປີດໂຕຜ່ານມາ.
ສະຫຼຸບລວມສະເປັກ Huawei Y9 s 2020
- ຂະໜາດໜ້າຈໍ: 6.59ນິ້ວ ໄຮ້ຂອບ Ultra FullView Display
- ຄວາມຈຳ: RAM 6GB, ROM 128GB
- ລະບົບປະມວນຜົນ: Kirin 710
- ກ້ອງໜ້າ: Pop-up 16MP (f2.2)
- ກ້ອງຫຼັງ3ໂຕ: Bokeh Lens 2MP (f2.8), Main Lens 48MP (f1.8), Ultra-Wide Angle Lens 8MP (f2.4)
- ເຊັນເຊີ: ສະແກນລາຍນິ້ວມືດ້ານຂ້າງ
- ແບັດຕາຣີ: 4000 mAh 5V2A (Type-C)
ເປີດໃຫ້ສັ່ງຈອງແລ້ວ Huawei Y9 s 2020 ສະມາດໂຟນທີ່ມີກອ້ງຫຼັງຄົມຊັດ 48 ລ້ານພິກເຊວໃນລາຄາສຸດຄຸ້ມທີ່ສຸດໃນຕອນນີ້ ສາມາດສັ່ງຈອງໄດ້ແລ້ວທີ່ຮ້ານຄ້າຫົວເຫວີຍລາວທົ່ວປະເທດ
Huawei Y9 s 2020 ລາຄາ: 2,399,000 ກີບ
ລາຍລະອຽດການສັ່ງຈອງ
Huawei Y9 s 2020 (Pop Up Camera) + (6GB+128GB)
- ຈອງມື້ນີ້ ຮັບຟຣີຂອງແຖມສຸດພຣີມ້ຽມ ລວມມູນຄ່າ 300,000 ກີບ
- ລຳໂພງບູທູດ ມູນຄ່າ 200,000 ກີບ
- ກະເປົາເປ້ ມູນຄ່າ 100,000 ກີບ
- ມັດຈຳ: 300,000 ກີບ
ມີ 2 ສີໃຫ້ເລືອກ:
- ສີດຳ (Black)
- ສີຟ້າມ້ວງ (Blue)
ກຳນົດວັນທີສັ່ງຈອງ : 5 ພະຈິກ - 30 ພະຈິກ 2019
ວັນທີຮັບເຄື່ອງ: 3 ທັນວາ 2019 ທົ່ວປະເທດ