ມື້ນີ້ເຮົາເລີຍຈະມາບອກວິທີເຮັດແຈ່ວນໍ້າປູແຊບໆ ທີ່ເຮັດໄດ້ງ່າຍໆ.
ວັດຖຸດິບທີ່ຕອ້ງກຽມມີ:
ນໍ້າປູ
ໝາກເພັດ 1-2 ກຳມື
ກະທຽມ 1-2 ຫົວ
ຫົວຫອມແດງ 3-4 ຫົວ
ເກືອ,ນໍ້າປາ,ມະນາວ(ໃສ່ຕາມໃຈມັກ)
ປອກກາບກະທຽມ ແລະ ຫົວຫອມແດງນໍາໄປຂົ້ວດ້ວຍໄຟປານກາງ ຈົນກວ່າຈະສຸກແລ້ວນໍາໄປຕຳໃຫ້ແລກພໍຕຳແລກແລ້ວໃຫ້ໃສ່ນໍ້າປູກລົງໄປ 1 ບ່ວງແລ້ວໃສ່ເກືອ,ນໍ້າປາ,ມະນາວ(ຊ່ວຍດັບກິ່ນຄາວຂອງນ້ໍ້າປູ)ຕາມໃຈມັກ.
ວິທີເຮັດ ແລະ ຂັ້ນຕອນທີ່ແສນຈະງ່າຍດາຍ ກີນຄູ່ກັບຜັກ ຫລື ໜໍ່ໄມ້ຕົ້ມ ນອກຈາກນໍ້າປູຈະເອົາເຮັດແຈ່ວແລ້ວ ໃສ່ຕຳໝາກຫຸ່ງກໍ່ແຊບຄືກັນ.