ສົ້ມປານ້ອຍ ເປັນພູມປັນຍາທ້ອງຖິ່ນທີ່ຢາກຖະໜອມອາຫານໄວ້ໃຫ້ໄດ້ກີນດົນ
ເອົາໄວ້ຈືນກິນນຳເຂົ້າຈ້າວ ຫລື ເຂົ້າຫນຽວກໍ່ແຊບດີ
ທັງຍັງຮັກສາໄວ້ດົນ ສາມາດນຳມາປຸງແຕ່ງຕາມໃຈມັກ
ສູດການເຮັດສົ້ມປານ້ອຍ
ວັດຖຸດິບທີ່ຕອ້ງກຽມ
ປາທີ່ກຽມໄວ້
ເຂົ້າໜຽວໜື້ງສຸກ
ນໍ້າມວກ
ເຂົ້າຂົ້ວ
ກະທຽມ
ໄຫນ້ອຍ ຫລື ພາຊະນະທີ່ມີຝາປິດແໜ້ນ
ນໍາເອົາປາມາລ້າງໃຫ້ສະອາດ ເອົາເຂົ້າໜຽວມາແຊ່ໃນນໍ້າມວກປະມານ 5 ນາທີແລ້ວຊາວເອົາຂື້ນມາພັກໄວ້
ນໍາປາມາແຊ່ໃນນໍ້າມວກດົນພໍສົມຄວນຈົນປາແຂງຕົວ ແລ້ວນໍາເອົາປາຂື້ນມາຄັ່ນໃສ່ເຂົາໜຽວທີ່ກຽມໄວ້ໃສ່ເກືອ,ເຂົ້າຂົ້ວ,ກະທຽມລົງໄປ ໃຫ້ໃສ່ເຂົ້າຂົ້ວຫລາຍກວ່າເກືອ ປະໄວ້ປະມານ 1 ຊົ່ວໂມງແລ້ວເອົາມາໃສ່ໄຫ ຫລື ພາຊະນະທີ່ກຽມໄວ້ປິດຝາໃຫ້ແໜ້ນປະມານ 5-6ມື້ ກໍ່ກີນໄດ້ແລ້ວ ຖ້າຢາກໃຫ້ເປັນໄວກໍ່ເອົາໄປປະໄວ້ກາງແດດປະມານ 1 ມື້ ກໍກີນໄດ້ເລີຍ.