ມີໃຜເຄີຍກິນສົ້ມຜັກກຸ່ມບໍ່ ? ມື້ນີ້ມີສູດເຮັດສົ້ມຜັກກຸ່ມມາຝາກເດີ້ທຸກຄົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມີໃຜເຄີຍກິນສົ້ມຜັກກຸ່ມບໍ່ ? ມື້ນີ້ມີສູດເຮັດສົ້ມຜັກກຸ່ມມາຝາກເດີ້ທຸກຄົນ



ຖ້າເວົ້າເຖິງສົ້ມຜັກແລ້ວ ທຸກຄົນຄົງເຄີຍກິນສົ້ມຜັກສ້ຽນ , ສົ້ມຜັກກາດ, ສົ້ມຫນໍ່,ສົ້ມຫນັງ ,ສົ້ມກະລໍ່າ
ສົ້ມຜັກເປັນອາຫານປະເພດດອງ ລົດຊາດສົ້ມກິນກັບແຈ່ວ ກັບອາຫານຕ່າງໆໄດ້ດີ

ແຕ່ມື້ນີ້ ແອດມິນຈະມາບອກວິທີເຮັດສົ້ມຜັກກຸ່ມ ຜັກກຸ່ມເປັນຜັກທີ່ມີປະໂຫຍດຕໍ່ຮ່າງກາຍໄດ້ຫລາຍຢ່າງເລີຍ
ຊ່ວຍບຳລຸງທາດໄຟໃນຮ່າງກາຍໄດ້ດີ




ວິທີເຮັດສົ້ມຜັກກຸ່ມ ວັດຖຸດິບທີ່ຕອ້ງກຽມມີ: ຍອດຜັກກຸ່ມ ຫລື ໃບອ່ອນ 1 ກິໂລ, ເກືອ 1 ກຳມື, ນໍ້ຳມວກ ນຳຜັກກຸ່ມມາລ້າງໃຫ້ສະອາດແລ້ວນຳມາຄັ້ນໃສ່ກັບເກືອ ຄັ້ນໃຫ້ພໍມາດໆແລ້ວນຳມາໃສ່ພາຊະນະທີ່ກຽມໄວ້ຈາກນັ້ນເອົານຳມວກໃສ່ໃຫ້ພໍຖ້ວນແລ້ວປິດຝາໃຫ້ແໜ້ນເອົາໄປຕັ້ງໄວ້ບ່ອນທີ່ມີແດດປະມານ 2 ມື້ກໍ່ສາມາດກີນໄດ້ແລ້ວ. ເອົາຜັກກຸ່ມມາລ້າງໃຫ້ນໍ້າ 1 ນໍ້າແລ້ວນໍາມາຊອຍໃຫ້ຍາວປະມານ 1 ນີ້ວມືແລ້ວນຳມາຊາວໃສ່ກັບເຄື່ອງປຸງ ຄ້າຍໆກັບສົ້ມຜັກກາດ ແຕ່ສົ້ມຜັກກຸ່ມຈະມີລົດຊາດຂົມອ່ອນ.

ຮູ້ວິທີເຮັດແລ້ວລອງນຳໄປເຮັດກິນເບິ່ງເດີ້ . 

Post Bottom Ad