ຄວາມຄືບໜ້າໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ພະແນກກຳສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ຈັດກອງປະຊຸມ ເພື່ອສະຫຼຸບລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2019 ຢູ່ທີຫ້ອງປະຊຸມຮ້ານອາຫານແດນລາວ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີແກ້ວ ໄຊຍະຈັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ຮັບຜິດຊອບໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບລາຍງານຄວາມຄືບຫນ້າຜົນການຈັດຕັ້ງປະຕິບັດວຽກງານສົກປີ 2019, ພ້ອມກັນນັ້ນຍັງຈະໄດ້ປຶກສາຫາລືເພື່ອປະກອບໃສ່ວາງແຜນວຽກປີ 2020 ແລະ ຮັບປະກັນໃຫ້ມີການປະສານການຊຸກຍູ້ຊ່ວຍເຫຼືອກັບໂຄງການອະນຸລັກຊີວະນານາພັນ ແລະ ປ່າໄມ້ແບບປະສົມປະສານ ເຊິ່ງເປັນໂຄງການໜຶ່ງຂອງລັດຖະບານລາວທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານເຢຍລະມັນ ໂດຍຜ່ານທະນາຄານ KfW ເຊິ່ງໂຄງການດັ່ງກ່າວ, ແມ່ນໄດ້ຮັບການຈັດຕັ້ງປະຕິບັດຕັ້ງແຕ່ປີ 2016 ເປັນຕົ້ນມາ ໂດຍສະເພາະແມ່ນກົມປ່າໄມ້ເປັນຜູ້ຈັດຕັ້ງປະຕິບັດໂຄງການ.
ກອງປະຊຸມ ຍັງໄດ້ຮັບຟັງການລາຍຜົນສຳເລັດການນຳໃຊ້ງົບປະມານ ແລະ ບັນຫາຂໍ້ຄົງຄ້າງ ເພື່ອສືບຕໍ່ແກ້ໄຂໃນສະເພາະໜ້າ, ການຈັດຕັ້ງປະຕິບັດບັງຄັບໃຊ້ກົດໝາຍໃນການຕ້ານ ແລະ ສະກັດກັ້ນການລັກລອບທຳລາຍປ່າໄມ້, ສັດນໍ້າ, ສັດປ່າ ຢູ່ 03 ເມືອງເປົ້າໝາຍຂອງໂຄງການ; ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລະກອນ; ການໂຄສະນາເຜີຍແຜ່ລະບຽບກົດໝາຍ; ການຄຸ້ມຄອງດິນ ແລະ ປ່າໄມ້; ຜົນສຳເລັດຂອງການຮຽນ - ການສອນຂອງໂຮງຮຽນເຕັກນິກວິຊາຊີບແຂວງບໍ່ແກ້ວ ພາຍໃຕ້ການສະນັບສະໜູນຂອງໂຄງການດັ່ງການມີ 03 ສາຂາຄື: ຝຶກອົບຮົມການຕັດຫຍິບເສື້ອຜ້າ; ການປູກຝັ່ງ-ລ້ຽງສັດ, ປຸ່ງແຕງອາຫານ, ສ້ອມແປງ; ສາຂາໄຟຟ້າ ແລະ ສາຂາອື່ນໆໃຫ້ແກ່ປະຊາຊົນໄດ້ມີວຽກເຮັດງານທໍາມີຊີວິດທີດີຂຶ້ນ.
ນອກນີ້, ຍັງໄດ້ແບງເປັນກຸ້ມຄົ້ນຄ້ວາ 03 ເປັນໃຈຄວາມຮູ້ປະກອບໃສ່ແຜນວຽກປີ 2020 ເພື່ອດຳເນີນກິດຈະກຳຕ່າງໆຕາມແຜນທີວ່າງໄວ້ ໂອກາດນີ້, ທ່ານ ໂພສີແກ້ວ ໄຊຍະຈັກ ຍັງຮຽກຮ້ອງມາຍັງບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເອົາໃຈໃສ່ໃນການຮັບຟັງ, ຄົ້ນຄ້ວາພິຈາລະນາ ແລະ ພ້ອມກັນທໍາຄວາມເຂົ້າໃຈ ແລ້ວນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ຕາມຈຸດປະສົງ ແລະ ເປົ້າຫມາຍທີ່ວາງໄວ້.