ວັນທີ 25 ຕຸລາ 2019 ທີ່ ຫ້ອງປະຊຸມພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງສະຫວັນນະເຂດ ຂະແໜງທີ່ດິນໄດ້ຈັດກອງປະ ຊຸມສະຫຼຸບຕີລາຄາວຽກງານ ໃນ 9 ເດືອນ ແລະວາງທິດທາງ ໃນຕໍ່ໜ້າ ເຂົ້າຮ່ວມໃນພິທີມີ ທ່ານ ບຸນຍອດ ນາມເສນາຮອງ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງ, ທ່ານ ບູລິກາ ອິນ ທິລາດ ຫົວໜ້າຂະແໜງທີ່ດິນ, ມີພະນັກງານວິຊາການໃນຂະ ແໜງດັ່ງກ່າວເຂົ້າຮ່ວມ.
ໃນທີ່ປະຊຸມ, ທ່ານ ບູລິກາ ອິນທິລາດ ໄດ້ໃຫ້ກຽດຂຶ້ນຜ່ານ ບົດສະຫຼຸບ ຊຶ່ງໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດການເຄື່ອນ ໄຫວວຽກງານຜ່ານມາທີ່ມີຜົນ ສຳ ເລັດໃນ ຫຼາຍໆດ້ານ ເປັນຕົ້ນ ແມ່ນວຽກງານກວດກາແກ້ໄຂ ບັນຫາທີ່ດິນຜ່ານມາມີຈຳ ນວນທັງໝົດ 95 ເລື່ອງ, ແກ້ ໄຂແລ້ວ 76 ເລື່ອງ, ວຽກງານ ຄຸ້ມຄອງດິນລັດຕາມການສະ ເໜີຂໍອະນຸຍາດທີ່ດິນລັດຈຳ ນວນ 40 ຕອນ, ແກ້ໄຂແລ້ວ 32 ຕອນ, ຕາມການສະເໜີ ຂໍຫັນສິດໃຊ້ດິນລັດຈຳນວນ 13 ຕອນ, ແກ້ໄຂລາຍງານ 272/ລບ ແລ້ວ 10 ຕອນ, ວຽກງານຈັດສັນ ແລະວາງ ແຜນນຳໃຊ້ທີ່ດິນໄດ້ລົງປະຕິ ບັດກວດກາໂຄງການເຊົ່າ ແລະສຳປະທານດິນລັດຕາມ ເລກທີ 35/ນຍ, ໃນຈຳນວນ 15 ໂຄງການ ແລະໂຄງການ ນຳສະເໜີໃໝ່ຂອງແຂວງຈຳ ນວນ 8 ໂຄງການ, ມີບໍລິສັດ ເຂົ້າມາເຊົ່າ ແລະສຳປະທານ ດິນລັດທັງໝົດ 25 ບໍລິສັດ ໃນ ນັ້ນຂັ້ນສູນກາງ 14 ບໍລິສັດ, ວຽກງານຈົດທະບຽນ ແລະປະ ເມີນລາຄາທີ່ດິນໄດ້ສຳເລັດ ການກຳນົດເຂດປະເມີນລາຄາ ທີ່ດິນ ແລະສິ່ງປຸກສ້າງໃນບັນ ດາເມືອງ ແລະນະຄອນ, ໄດ້ ຈັດເອກະສານກ່ຽວກັບທີ່ດິນ ໄດ້ ຈຳນວນ 2.132 ຕອນ ເປັນເງິນ 1.500 ລ້ານ 4 ແສນ ກວ່າກີບ. ສຳລັບວຽກງານ ການຂຶ້ນທະບຽນຕອນດິນ-ອອກໃບຕາດິນ, ຂະແໜງທີ່ ດິນໄດ້ຈັດຕັ້ງຜັນຂະຫຍາຍ ຕົວເລກແຜນສູ້ຊົນຂຶ້ນທະ ບຽນຕອນດິນ-ອອກໃບຕາ ດິນຂອງກະຊວງ ແລະແຂວງ ລົງສູ່ບັນດາເມືອງ, ນະຄອນ ແລະບ້ານເປົ້າໝາຍ, ໄດ້ວາງ ຄາດໝາຍປິດການຂຶ້ນທະບຽນ ຕອນດິນ-ອອກໃບຕາດິນໃຫ້ໄດ້ 100% ທຽບໃສ່ສຳມະໂນຕອນ ດິນຂອງປີ 2018 ໂດຍໃຫ້ສຳ ເລັດໃນ 2 ເມືອງຄື: ເມືອງໄຊ ບູລີ ສຳເລັດໃນປີ 2019 ແລະເມືອງ ໄຊພູທອງສຳ ເລັດໃນປີ 2020, ໃນນີ້ໄດ້ເອົາໃຈໃສ່ໃນການຕິດ ຕາມ ແລະຊຸກຍູ້ການຂຶ້ນທະບຽນທີ່ດິນຂອງບັນດາເມືອງ ແລະນະຄອນ ໂດຍແຕ່ງຕັ້ງພະ ນັກງານວິຊາການໃນຂະແໜງ ລົງຊ່ວຍ ໂດຍທຽບໃສ່ແຜນ ການ 5 ປີ ຂອງແຂວງໄດ້ 93,59%, ທຽບໃສ່ແຜນການ ຂອງແຂວງປີ 2019 ໄດ້ 51, 50%, ທຽບໃສ່ແຜນການກະຊວງປີ 2019 ໄດ້ 79,23 %.
ໃນທີ່ປະຊຸມໜ່ວຍງານ ຕ່າງໆໃນຂະແໜງດັ່ງກ່າວໄດ້ ປະກອບຄຳຄິດຄຳເຫັນຕີລາ ຄາກ່ຽວກັບວຽກງານດັ່ງກ່າວ ໃນການແກ້ໄຂບັນຫາທາງ ດ້ານທີ່ດິນ ເພື່ອພ້ອມກັນປັບ ປຸງແກ້ໄຂບັນຫາຄົງຄ້າງ ແລະ ເສີມຂະຫຍາຍດ້ານດີ ຊຶ່ງໄດ້ມີ ການປະກອບຄຳເຫັນຢ່າງເລິກ ເຊິ່ງເປັນເອກະພາບຕໍ່ທິດທາງ ໜ້າທີ່ຈຸດສຸມໃນຕໍ່ໜ້າ./.