ຍາມນີ້ນັ້ນເປັນຍາມຂອງໝາກນອດ ແອດມິນເລີຍຊອກຫາຂໍ້ມູນດີໆໃຫ້ທ່ານນັ້ນໄດ້ຮູ້ວ່າໝາກນອດມີຄຸນປະໂຫຍດຫຼາຍກວ່າທີທ່ານຄິດ ເພື່ອບໍ່ໃຫ້ເສຍເວລາມາອ່ານຂໍ້ມູນທີ່ແອດມິນຂຽນກັນເລີຍ.
1.ຊ່ວຍເສີ່ມສ້າງພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ.
2.ຊ່ວຍໃນການບໍາລຸງສາຍຕາ ເນື່ອງຈາກມີວິຕາມິນເອຮ່ວມຢູ່ນໍາ.
3.ນໍ້າໝາກນອດຊ່ວຍແກ້ອາການນອນບໍ່ຫຼັບນໍາ
4.ໝາກນອດຊ່ວຍໃຫ້ຄວາມສົດຊື່ນແກ່ຮ່າງກາຍ
5.ໝາກນອດນັ້ນມີວິຕາມິນບີ 2ເຊິ່ງຊ່ວຍບໍາລຸຸງຜິວ ເລັບ ແລະເສັ້ນຜົມ
6.ຊ່ວຍບັນເທົາອາການດເຈັບກະເພາະ
7.ຊ່ວຍໃນການຟື້ນຟູຕັບໃຫ້ມີສຸຂະພາບແຂງແຮງ
8.ຊ່ວຍໃນການກໍາຈັດພິດໃນເລືອດ
9.ຊ່ວຍບັນເທົ່າໃນອາການເຈັບປວດ
10.ຊ່ວຍບໍາລຸງປອດ
11.ຊ່ວຍລົດໄຂມັນໃນເສັ້ນເລືອດ
ຮູ້ວ່າຫມາກນອດນັ້ນມີສັບພະຄຸນດີແບບນີ້ແລ້ວຢ່າລືມໄປຊອກຊື້ມາກິນແນ່ເດີ້ ເພື່ອໃຫ້ສຸຂະພາບແຂງແຮງ ການຊອກຫາຊື້ກໍ່ງ່າຍ ເພາະຍາມນີ້ເປັນຍາມຂອງມັນ ລາຄາກໍ່ຈະຢູ່ປະມານ 10 ພັນ ຫລື 15 ພັນກີບ / ໂລ
ເທົ່ານັ້ນ ໄດ້ຫລາຍນຳອີກເພາະຫມາກນອດນໍ້າຫນັກເບົາ 1 ກິໂລກໍ່ໄດ້ເກືອບ 20 ຫນ່ວຍແລ້ວ
ຫວັງວ່າຂໍ້ມູນເຫຼົ່ານີ້ຈະເປັນປະໂຫຍດຕໍ່ທ່ານທຸກຄົນ ດ້ວຍຄວາມຫວັງດີຈາກ ແອດມິນ Day.