ປະໂຫຍດ ແລະ ວິທີລົດຄວາມຂົມຂອງຫມາກມາລະ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະໂຫຍດ ແລະ ວິທີລົດຄວາມຂົມຂອງຫມາກມາລະ



ຫມາກມາລະ ໃຜກໍ່ຮູ້ວ່າມີລົດຊາດທີ່ຂົມ ແຕ່່ທ່ານຮູ້ບໍ່ວ່າຫມາກມາລະ ມີປະໂຫຍດຢ່າງຫລວງຫລາຍ ຈະວ່າໄປແລ້ວກໍ່ຈັດເປັນຢາດີຊະນິດນຶ່ງກໍ່ວ່າໄດ້ເພາະມາລາະ ນັ້ນ ສາມາດຕ້ານມະເຮັງໄດ້ ທັງຍັງດີຕໍ່ສຸຂະພາບຮ່າງກາຍໄດ້ຫລາຍຢ່າງເລີຍ ຢາກຮູ້ແລ້ວກໍ່ອ່ານຕາມຂໍ້ມູນດ້ານລຸ່ມໄດ້ເລີຍ



1 ຊ່ວຍສ້າງພູມຄຸ້ມກັນໃຫ້ຮ່າງກາຍ ແລະ ຊ່ວຍທຳລາຍສານກໍ່ມະເຮັງໄດ້ນຳ
2 ຊ່ວຍໃຫ້ຈະເລີນອາຫານໄດ້ຫລາຍຂຶ້ນ ( ແຕ່ຖ້າສາມາດໃຊ້ກັບຜູ້ໃຫຍ່ຫນ້າຈະດີ )
3  ຊ່ວຍໃຫ້ດວງຕາເບິ່ງສົດໃສຂຶ້ນ
4 ຊ່ວຍບຳບັດ ແລະ ຮັກສາໂລກເບົາຫວານ ແລະ ຊ່ວຍລົດລະດັບນໍ້າຕານໃນເລືອດໄດ້ນຳອີກ
5 ມາລະຍັງມີສັບພະຄຸນໃນການຟອກເລືອດໄດ້ນຳອີກ
6 ການວິໄຈຂອງຕ່າງປະເທດກຳລັງ ວິໄຈວ່າຫມາກມາລະ ສາມາດຕ້ານ ແລະ ຮັກສາມະເຮັງເຕົ້ານົມໄດ້ ແຕ່ຍັງບໍ່ຢືນຢັນເທື່ອ
7 ນຳຫມາກມາລະມາບົດແລ້ວອົມໄວ້ ສາມາດແກ້ອາການປາກເປື່ອຍໄດ້
8 ຊ່ວຍໃນການກະຕຸ້ນການທຳງານຂອງຕັບໃຫ້ມີປະສິດທິພາບຫລາຍຂຶ້ນ



ວິທີ່ລົດຄວາມຂົມຂອງຫມາກມາລະ

ກ່ອນຈະນຳຫມາກມາລະມາແຕ່ງກິນ ຄວນເອົາເກືອ 1 ບ່ວງ ປະສົມກັບນໍ້າ 1 ລິດ ແຊ່ໄວ້ 20 ນາທີຫລັງຈາກນັ້ນ ກໍ່ເອົານໍ້າຖອກຖິ້ມ ແລ້ວແຊ່ນໍ້າລ້າອີກ 10 ນາທີ  ພຽງເທົ່ານີ້ ກໍ່ສາມາດລົດຄວາມຂົມຂອງມາລະໄດ້ແລ້ວ
ແລະ ທີ່ສຳຄັນເວລາຕົ້ມແກງມາລະ ບໍ່ຄວນເປີດຝາຖິ້ມໄວ້ ເພາະຈະເຮັດໃຫ້ມາລະກັບມາຂົມໄດ້.


Post Bottom Ad