ມັນດ້າງນັ້ນເປັນພືດພື້ນບ້ານຊອກຫາຊື້ງາຍ ແລະ ປະເທດລາວເຮົານີ້ກໍ່ປູກມັນດ້າງ ແຕ່ທ່ານຮູ້ບໍ່ວ່າມັນດ້າງນັ້ນມີປະໂຫຍດແນວໃດແນ່ ມື້ນີ້ແອດມິນເລີຍຊອກຫາຂໍ້ມູນສັບພະຄຸນຂອງມັນດ້າງມາໃຫ້ທຸກທ່ານໄດ້ຮູ້
ຄຸນຄ່າຂອງມັນດ້າງທີທ່ານຄວນຮູ້
1.ມີສານແອນໂທໄຊຍານິນ Anthocyanin ຢູ່ສູງເຊິ່ງເປັນສານທີມີສິດໃນການຕໍ່ຕ້ານອານຸມູນອິສາລະ
2.ຊ່ວຍໃຫ້ຜິວຜັນເຕັງຕຶ່ງ
3.ຊ່ວຍລົດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ເສັ້ນເລືອດອຸດຕັນໄດ້
4.ຊ່ວຍລົດຄວາມເຊື່ອມຂອງດວງຕາ
5.ໃນທໍາມະຊາດຜັກ ແລະໝາກໄມ້ທີມີສານແອນໂທໄຊຍານິນຫຼາຍມັກຈະເປັນສີມ້ວງ ເຊັ່ນ ບູເບລລີ
6.ເປັນແຫຼ່ງຄາໂບໄຫເດລດຊັ້ນດີທີໃຫ້ພະລັງງານ ໂດຍບໍ່ໄດ້ກໍພິດຕໍ່ຮ່າງກາຍແບບອາຫານຈາກແປ້ງ ແລະ ນໍ້າຕານອື່ນໆ
7.ສ່ວນໃບ ແລະ ຍອດອ່ອນຂອງມັນດ້າງສາມາດນໍາມາປຸງອາຫານໄດ້ ແລະ ຍັງມີວິຕາມິນເອ ວິຕາມິນ ຊີ ສານອາຫານລູທິນທີ່ຊ່ວຍບໍາລຸງສາຍຕາ.
ຫວັງວ່າຂໍ່ມູນເຫຼົ່ານີ້ຈະເປັນປະໂຫຍດຕໍ່ທ່ານທຸກຄົນ ດ້ວຍຄວາມຫວັງດີຈາກແອດມິນ Day.