ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວປະເທດປັກດຳນາປີສຳເລັດແລ້ວ 36% ຂອງເນື້ອທີ່ແຜນການ 850.000 ເຮັກຕາ, ໃນນັ້ນມີນາຢອດ 13.000 ເຮັກຕາ, ນາຫວ່ານ 65.330 ເຮັກຕາ. ປັດຈຸບັນ ສະເພາະນະຄອນຫລວງວຽງຈັນ ສຳເລັດການປັກດຳແລ້ວ ຂອງເນື້ອທີ່ແຜນການ, ສ່ວນຢູ່ແຂວງບໍ່ແກ້ວ ປັກດຳໄດ້ 5%. ສຳລັບການປູກພືດລະດູຝົນ ມາຮອດປັດຈຸບັນທົ່ວປະເທດປູກໄດ້ 193.471 ເຮັກຕາ ເທົ່າກັບ 28,39% ຂອງແຜນການ, ພືດທີ່ປູກຫຼາຍກວ່າໝູ່ແມ່ນ ສາລີອາຫານສັດ, ສາລີຫວານ ແລະ ພືດໄລຍະສັ້ນ ເປັນຕົ້ນໝາກໂມ, ໝາກແຕງລາຍ, ພືດຕະກຸນຖົ່ວ ແລະ ພືດຜັກຊະນິດຕ່າງໆທີ່ສາມາດປູກໄດ້ຫລາຍຮອບວຽນ ເຊິ່ງໄດ້ມີການເກັບກູ້ ແລະ ສົ່ງຂາຍຕາມຕະຫລາດພາຍໃນ ແລະ ສົ່ງອອກຕາມດ່ານປະເພນີທ້ອງຖິ່ນຈຳນວນໜຶ່ງ ເປັນຕົ້ນແມ່ນພືດຜັກ, ຢູ່ແຂວງພາກເໜືອ ປະຕິບັດໄດ້ 118.661 ເຮັກຕາ, ພາກກາງ 53.474 ເຮັກຕາ ແລະ ພາກໃຕ້ 21.336 ເຮັກຕາ.
cr: ຫນັງສືພິມລາວພັດທະນາ