ວິທີງ່າຍໆ ເຮັດໄດ້ທັນທີ ເພື່ອໃຫ້ ທຸກໆເຊົ້າ ມີຄວາມສົດຊື່ນ ແຈ່ມໃສ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວິທີງ່າຍໆ ເຮັດໄດ້ທັນທີ ເພື່ອໃຫ້ ທຸກໆເຊົ້າ ມີຄວາມສົດຊື່ນ ແຈ່ມໃສ



ເພື່ອໃຫ້ທ່ານໄດ້ຕື່ນແຕ່ເຊົ້າ ມາພ້ອມກັບຄວາມສົດຊື່ນ ແລະ ກໍາລັງວັງຊາ, ມື້ນີ້ ຈະມີຄໍາແນະນໍາ ທີ່ສາມາດເຮັດໄດ້ທັນທີ. ມີວິທີໃດແດ່ ຈະຊ່ວຍໃຫ້ທ່ານ ມີຄວາມສົດຊື່ນ ແຈ່ມໃສ ໃນຕອນເຊົ້າ.


1. ດື່ມນໍ້າ

ດື່ມນໍ້າໜື່ງແກ້ວທັນທີ່ຫຼັງຈາກຕື່ນນອນ ເພາະ ນໍ້າຈະຊ່ວຍເຮັດໃຫ້ຂະບວນການເຜົາຜານຂອງຮ່າງກາຍດີຂື້ນ. ນອກຈາກນີ້ຍັງເຮັດໃຫ້ສະໝອງຂອງເຮົາສົດຊື່ນ ແລະຕື່ນຕົວອີກດ້ວຍ. ຍິ່ງໄປກວ່ານັ້ນ, ການດຶ່ມນໍ້າຕອນເຊົ້າ ຍັງຊ່ວຍເຮັດ ໃຫ້ການຖ່າຍເທສະດວກ.






2. ຢ່ານອນຕໍ່ ເມື່ອຮູ້ເມື່ອຄີງຕອນເຊົ້າ

ເຊື່ອວ່າຫຼາຍໆຄົນ ຄົງເຄີຍນອນຕໍ່ຫຼັງຈາກສຽງໂມງປຸກດັງໃນຕອນເຊົ້າ ແລະນັ້ນຈະເຮັດໃຫ້ເຮົາຂີ້ຄ້ານຫຼາຍຂຶ້ນ. ບາງເທື່ອອາດຈະຫຼັບເພີນ ແລະພາດພາລະກິດສໍາຄັນໃນມື້ນັ້ນໄປເລີຍ. ທາງທີ່ດີກໍຄືບໍ່ຄວນຕັ້ງໂມງປຸກຊໍ້າໄວ້ ເມື່ອໂມງປຸກດັງຄວນລຸກຂື້ນຈາກບ່ອນນອນທັນທີີ. ເມື່ອເຮັດເປັນປະຈໍາ ກໍ່ຈະເຮັດໃຫ້ ການຕື່ນນອນ ເຊົ້າໆ ເປັນເລື່ອງປົກກະຕິ.






3. ເປີດເພງໃຫ້ດັງ

ອີກການກະຕຸ້ນທີ່ດີ ຫຼັງຈາກລຸກຂື້ນມາ ແຕ່ຍັງຮູ້ສຶກຢາກນອນຢູ່ນັ້ນ, ແນະນໍາໃຫ້ຍ່າງໄປເປີດເພງ ທີ່ມັກ ເພາະການຟັງເພງທີ່ເຮົາມັກຈະຊ່ວຍເຮັດໃຫ້ເຮົາສົດໃສ ແລະຕື່ນຕົວຫຼາຍກວ່າເກົ່າ. ຈາກການສຶກສາໃນເຄື່ອງ PET ສະແກນພົບວ່າດົນຕີ ແລະ ສຽງເພງ ຊ່ວຍກະຕຸ້ນກະແສໄຟຟ້າໃນສະໝອງ ເຮັດໃຫ້ສານຕ່າງໆເຊັ່ນໂດຟາມິນ ອອກມາກະຕຸ້ນອາລົມ ແລະແຮງຈູງໃຈດີໆນັ້ນເອງ.



4. ອອກກໍາລັງກາຍຕອນເຊົ້າ

 ການອອກກໍາລັງກາຍນັ້ນສົ່ງຜົນດີຕໍ່ສຸຂະພາບ ແລະຊ່ວຍເພີ່ມພະລັງໃນແຕ່ລະມື້ ໃຫ້ກັບເຮົາ. ສໍາລັບຫຼາຍໆຄົນທີ່ບໍ່ມັກອອກກໍາລັງກາຍໃນຕອນເຊົ້ານັ້ນເພາະມີຂໍ້ອ້າງຫຼາຍຢ່າງ ທີ່ເຮັດໃຫ້ເຮົາຂີ້ຄ້ານອອກກໍາລັງກາຍ. ເພາະສະນັ້ນ, ແນະນໍາໃຫ້ໃສ່ຊຸດກິລານອນ, ເມື່ອຕື່ນຂຶ້ນມາແລ້ວ ກໍ່ສາມາດໄປອອກກໍາລັງກາຍໄດ້ເລີຍ. ເຊື່ວ່າ ຈະເປັນໜື່ງຕົວຊ່ວຍທີ່ດີທີ່ເຮັດໃຫ້ໝົດຂໍ້ແກ້ຕົວທີ່ຈະລຸກຂື້ນມາອອກກໍາລັງກາຍໃນຕອນເຊົ້າໄດ້.





5. ຕາກແດດ ແດ່

ແສງແດດອ່ອນໆໃນຍາມເຊົ້າ (ປະມານ 6-8 ໂມງ) ນັ້ນສົ່ງຜົນຕໍ່ການທໍາງານຂອງສະໝອງເຮົາໂດຍຕົງ ຫາກວ່າສະໝອງຂອງເຮົາບໍ່ໄດ້ຮັບແສງແດດຫຍັງເລີຍ ອາດຈະເຮັດໃຫ້ສະໝອງຂອງເຮົາມືນ ຫຼື ເຫງົາ. ທຸກຄົນຈຶ່ງຄວນອອກໄປອາບແສງແດດອ່ອນໆ ໃນຕອນເຊົ້າເພື່ອຊ່ວຍກະຕຸ້ນເຮັດໃຫ້ຮູ້ສຶກຕື່ນຕົວ.




6. ຢ່າດື່ມກາເຟຫຼາຍ

ເຮົານອນມາໝົດຄືນແລ້ວ, ຈະໃຊ້ເຫດຜົນວ່າ ການດື່ມກາເຟຊ່ວຍໃຫ້ເຮົາບໍ່ຢາກນອນ ນັ້ນ ຟັງບໍ່ຂຶ້ນ. ຢ່າໄປເຊື່ອ ການໂຄສະນາ ເພາະເຂົາຢາກຂາຍກາເຟ. ແຕ່ກໍ່ມີສ່ວນທີ່ ການດຶ່ມກາເຟ ເຮັດໃຫ້ຕາແຈ້ງຂຶ້ນຢູ່. ແຕ່ກາເຟເປັນເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ ຫາກກິນຫຼາຍ. ຖ້າຫາກຢາກນອນ ຫຼື ຈໍາເປັນແທ້ໆ ຄວນປ່ຽນມາດື່ມຊາຂຽວອຸ່ນໆ ແທນຈະດີກວ່າ. ຄົນທີ່ຕິດກິນກາເຟ ຕອນເຊົ້າ ກໍ່ບໍ່ຕ່າງຫຍັງກັບຄົນ ຕິດຢາສູບ ເພາະຈະຄິດຮອດມັນທຸກເຊົ້າ.




7. ຮັບປະທານອາຫານເຊົ້າ
 
ຢ່າງທີ່ເຮົາໄດ້ຍິນກັນຕະຫຼອດ ວ່າອາຫານເຊົ້ານັ້ນສໍາຄັນຫຼາຍ, ແຕ່ຫຼາຍຄົນກໍ່ບໍ່ຄ່ອຍໃສ່ໃຈຈະກິນ, ເພາະອາຫານເຊົ້າຈະໃຫ້ສານອາຫານທີ່ຈໍາເປັນຕໍ່ສະໝອງຂອງເຮົາຕະຫຼອດ ແລະຊ່ວຍເຮັດໃຫ້ອາລົມຂອງເຮົາສົດໃສອີກດ້ວຍ. ທ່ານໃດ ທີ່ກິນເຂົ້າເຊົ້າປົກກະຕິ, ຈະເຮັດໃຫ້ ເປັນຄົນສະໝອງດີ, ຈິດແຈ່ມໃສ ແລະ ສຸຂະພາບແຂງແຮງ.




8. ຫຼິ້ນເກມຝືກສະໝອງ

ເປັນເລື່ອງປົກກະຕິຂອງຄົນສະໄໝນີ້ ເມື່ອຕື່ນນອນແລ້ວມັກຈະມອງຫາສະມາດໂຟນທັນທີ ໃຫ້ລອງມາປ່ຽນຈາກການຫຼິນ ເຟສບຸນ ຫຼື Socials ຕ່າງໆ ໃນຍາມເຊົ້າ, ມາຫຼິ້ນເກມຝືກສະໝອງກັນດີກວ່າ. ເພາະການຫຼິ້ນເກມຝືກສະໝອງໃນຕອນເຊົ້າ ຈະຊ່ວຍອອກກໍາລັງສະໝອງໃຫ້ສາມາດຕອບສະໜອງຕໍ່ອາລົມ ແລະເຫດຜົນໄດ້ດີຂື້ນ. ແຕ່ຕ້ອງມີການກໍານົດເວລາ ຄືບໍ່ຄວນຫຼິ້ນກາຍ 30 ນາທີ.



 
  
ຫວັງເປັນຢ່າງຍິ່ງວ່າ, ທ່ານຈະສາມາດທົດລອງ ວິທີຕ່າງໆ ທີ່ກ່າວມາຂ້າງເທີງ ເພື່ອເຮັດໃຫ້ ທຸກເຊົ້າມີຄວາມສົດຊື່ນ ແລະ ພ້ອມເຮັດໜ້າທີ່ວຽກງານ.

ຫາກທ່ານມີ ເທັກນິກ ເລື່ອງສຸຂະພາບ, ການສ້າງແຮງບັນດານໃຈ ຢາກມາແບ່ງປັນ ໃຫ້ກັບຄົນອື່ນໆ ສາມາດສົ່ງມາຫາທີມງານ ປະກາດ Pakaad ໄດ້




Post Bottom Ad