ໝາກໄມ້ປະຈໍາລະດູຝົນ ທີ່ກິນແລ້ວແຊບແທ້ໆ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໝາກໄມ້ປະຈໍາລະດູຝົນ ທີ່ກິນແລ້ວແຊບແທ້ໆ



ການກິນໝາກໄມ້ທີ່ຈະໄດ້ລົດຊາດຫ້ອມຫວານ ແມ່ນໝາກໄມ້ປະຈໍາລະດູການ, ມີຫຼາຍທ່ານອາດຈະ ກິນໝາກໄມ້ນອກລະດູ, ຈາກເຕັກນິກການປູກ ທີ່ມີການຄິດຄົ້ນ ເຮັດໃຫ້ຄົນເຮົາສາມາດປູກໝາກໄມ້ຫຼາຍຊະນິດຕະຫຼອດປີ.

ມື້ນີ້ ທີມງານ ປະກາດ Pakaad ຈິ່ງຈະມາເວົ້າສູ່ຟັງວ່າ ໝາກໄມ້ປະຈໍາລະດູຝົນ 6 ຊະນິດ ທີ່ທ່ານຄວນກິນໃນລະດູນີ້ມີຫຍັງແດ່



1. ໝາກຍົມ: ເປັນໝາກໄມ້ ຊະນິດພວງ ທີ່ປູກງ່າຍ ແລະ ອອກໝາກດົກໜາ, ທ່ານໃດທີ່ມັກກິນໝາກສົມ, ໝາກຍົມ ຖືເປັນໝາກໄມ້ ລະດູຝົນ ທີ່ສາມາດ ໃຫ້ລົດຊາດ ທີ່ສົ້ມໄດ້ສົມໃຈ. ນອກນີ້, ກໍ່ຍັງນິຍົມເອົາ ໝາກຍົມໄປເຮັດເຊື່ອມ ເພື່ອຈະສາມາດເອົາໄວ້ກິນໄດ້ດົນ.



2. ໝາກລະມຸດ: ເປັນໝາກໄມ້ທີ່ໃຫ້ສັບພະຄຸນຫຼວງຫຼາຍ, ດ້ວຍລົດຊາດທີ່ຫອມຫວານ ຈິ່ງເຮັດໃຫ້ໝາກໄມ້ຊະນິດນີ້ ເໝາະແກ່ທຸກຄົນ ທຸກເພດທຸກໄວ. ສາມາດເອົາມາກິນ ແບບທໍາມະດາ, ຫຼື ເອົາມາປັ່ນ ເຮັດນໍ້າໝາກໄມ້ ກໍ່ແຊບ.


3. ໝາກລອງກອງ: ທັງແຊບ ແລະ ໃຫ້ຄຸນຄ່າ ວິຕາມິນຕ່າງໆ, ລາຄາກໍ່ບໍ່ແພງ, ໝາກລອງກອງ ຈິ່ງເປັນທີ່ນິຍົມ ກິນ, ໂດຍສະເພາະສາວໆ ແມ່ນມັກແທ້ໆ.



4. ໝາກມັ່ງຄຸດ: ມີການໃຫ້ນາມມະຍົດ ໝາກໄມ້ ຊະນິດນີ້ ແມ່ນສຸດຍອດສະໝຸນໄພ. ນອກຈາກ ຄວາມແຊບ ແລະ ຫອມຫວານ ຂອງໝາກມັ່ງຄຸດແລ້ວ. ຍັງມີການເອົາໝາກໄມ້ຊະນິດນີ້ໄປສະກັດ ເປັນອາຫານເສີມ. ສະນັ້ນ, ແນະນໍາເລີຍວ່າ ລະດູຝົນ ຊື້ໝາກມັ່ງຄຸດ ມາກິນ ຈະເຮັດໃຫ້ມີຄວາມຊຸ່ມຊື່ນ ສຸຂະພາບດີ.


5. ໝາກມັງກອນ: ເປັນໝາກໄມ້ ທີ່ພິເສດ ແລະ ປູກງ່າຍ, ພຽງຝັງລົງດິນ ເຮັດຮ້ານໃຫ້ເຄືອຂອງມັນເກາະ, ຫົດນໍ້າໃສ່ປຸຍປົກກະຕິ ກໍ່ຈະອອກໝາກ ອອກຜົນໃຫ້ທ່ານໄດ້ ກິນ. ເປັນໝາກໄມ້ ທີ່ມີລົດຊາດຖືກໃຈ ແລະ ສາມາດນໍາໄປປຸງຕ່າງອາຫານໄດ້ ເຊັ່ນ ເປັນສ່ວນປະກອບ ຂອງສະຫຼັດ ແລະ ອື່ນໆ.


6. ໝາກຂຽບ: ຖືໄດ້ວ່າ ຍາມຝົນ ເພິ່ນຈະຕີຕາ ສຸກ ເປັນຕາອອນຊອນ ສໍາລັບໝາກຂຽບ. ເວົ້າເລື່ອງສັບພະຄຸນ ບໍ່ພຽງແຕ່ໝາກຂອງມັນ ແຕ່ໃບໝາກຂຽບສາມາດ ເປັນຢາພື້ນເມືອງ ປົວພະຍາດໄຂ້ຍຸງໄດ້ອີກ. 



ທ່ານເດ ມັກກິນໝາກໄມ້ຊະນິດໃດເປັນພິເສດບໍ່?

______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ








Post Bottom Ad