ການຂັດຜິວໜ້າໃຫ້ ສວຍງາມ 2 ວິທີ ງ່າຍໆ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການຂັດຜິວໜ້າໃຫ້ ສວຍງາມ 2 ວິທີ ງ່າຍໆ


ເມື່ອເວົ້າເຖິງຄວາມສວຍຄວາມງາມ, ເຊື່ອວ່າສາວໆຄົງຈະຖືກໃຈແນ່ນອນ! ມື້ນີ້ ທີມງານປະກາດ Pakaad ຈະນໍາສະເໜີ ການຂັດຜິດໜ້າໃຫ້ສວຍງາມ ໂດຍບໍ່ຕ້ອງເສຍເງິນແພງ, ແລະ ສໍາຄັນທ່ານສາມາດເຮັດໄດ້ເອງ. ມື້ນີ້ຈະແນະນໍາ ສູດນໍ້າເຜິ້ງ ແລະ ສູດຜົງພິເສດ





1. ສູູດຂັດໜ້າດ້ວຍນໍ້າເຜິ້ງ:

ສູດນໍ້າເຜິ້ງນີ້ ສາມາດເຮັດໄດ້ດ້ວຍຂັ້ນຕອນງ່າຍໆດັ່ງນີ້
- ເລີ່ມຕົ້ນດ້ວຍການລ້າງໜ້າ ແລ້ວເຊັດໃຫ້ແຫ້ງ
- ຈານັ້ນນໍາເອົານໍ້າເຜິ້ງ ມາ 1-2 ບ່ວງໂຕະ ທາລົງ ຜິວໜ້າ
- ແລ້ວຂັດຖູເບົາໆ , ບ່ອນໃດທີ່ມີສິວຫຼິກເວັ້ນ ຈຸດນັ້ນນໍາ, ຂັດໄປເລີຍໆ 5-10 ນາທີ
- ແລ້ວໃຊ້ນໍ້າອຸ່ນລ້າງອອກກໍຈະຊ່ວຍໃຫ້ຜິວນຸ້ມອ່ອນ ແລະສິ່ງສົກກະປົກບົນຜິວໜ້າກໍຈະຖູກຂັດອອກໄປ.





2. ຂັດໜ້າດ້ວຍຜົງພິເສດ

ນີ້ກໍ່ເປັນອີກສູດທີ່ສາມາດເຮັດແບບບໍ່ຍາກ ມາເບິ່ງກັນເລີຍ
- ເອົາຜົງພິເສດ 3 ຊ້ອນຊາ ໃສ່ລົງໄປໃນຖ້ວຍແລ້ວເອົາໝາກນາວໃສ່ 1-2 ຊ້ອນຊາ
- ຄົນສ່ວນປະສົມໃຫ້ເຂົ້າກັນຈົນກາຍເປັນຄຣີມ ແຫຼວໆ
- ແລ້ວນໍາມາທາໃຫ້ທົ່ວໃບໜ້າ
- ລູບໄປມາເບົາໆ ຈົນທົ່ວໃບໜ້າ, ໃຫ້ຫຼີກເວັ້ນ ບໍລິເວນຂອບຕາ ແລະປາກ,
- ຂັດປະມານ 1-2 ນາທີ ແລ້ວພອກໄວ້ 2-3ນາທີ
- ຈາກນັ້ນກໍ່ລ້າງອອກດ້ວຍນໍ້າສະອາດ

ກໍ່ຈະເປັນການກໍາຈັດແບກທີເລຍ ຢູ່ໃບໜ້າ ແລະຊ່ວຍລົດຮອຍດໍາ, ຜິວຄໍ້າ ຈາກສິວເຮັດໃຫ້ໜ້າໃສຂຶ້ນນໍາ

ແນະນໍາໃຫ້ເຮັດຕອນຄໍາ ອາທິດລະ 1-2 ເທື່ອ.




ຫວັງວ່າສູດຂັດໜ້າທັງສອງຈະເຮັດໃຫ້ສາວໆໜ້າໃສຂຶ້ນເນາະ

ໝາຍເຫດ: ຫາກທ່ານມີພູມແພ້ ນໍ້າເຜິ້ງ ຫຼື ຜົງພິເສດ ຄວນປຶກສາແພດກ່ອນ

______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ








Post Bottom Ad