7 ວິທີດັບກິ່ນປາກໃຫ້ປ່ຽນເປັນລົມຫາຍໃຈຫອມສົດຊື່ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

7 ວິທີດັບກິ່ນປາກໃຫ້ປ່ຽນເປັນລົມຫາຍໃຈຫອມສົດຊື່ນ


ເວົ້າເລື່ອງກິ່ນປາກແລ້ວ ເຊື່ອວ່າເປັນບັນຫາທີ່ຫຼາຍທ່ານປະເຊີນຢູ່. ບໍ່ວ່າທ່ານຈະສີແຂ້ວທຸກເຊົ້າແລງ ແຕ່ກໍ່ຍັງມີກິ່ນ. ດັ່ງນັ້ນ, ມື້ນີ້ ທີມງານປະກາດ Pakaad ຈິ່ງຈະແນະນໍາ 7 ວິທີດັບກິ່ນປາກໃຫ້ປ່ຽນເປັນລົມຫາຍໃຈຫອມສົດຊື່ນ. ມາອ່ານນໍາກັນເລີຍວ່າມີວິທີໃດແດ່





1. ດື່ມນໍ້າຫຼາຍໆ
ການດຶ່ມນໍ້າຈະຊ່ວຍລຸດຜ່ອນປະລິມານ ເຊື້ອແບັດທີເລຍ ທີມີການກໍ່ຕົວ ໃນຜົ້ງປາກ ແລະ ລໍາໄສ້, ສະນັ້ນ, ການທີ່ເຮົາ ດຶ່ມນໍ້າຫຼາຍ ແລະ ເປັນປະຈໍາ ທຸກໆ 30 ນາທີ ກໍ່ຈະຊ່ວຍເຮັດໃຫ້ ກິ່ນປາກ ຫຼຸດຜ່ອນລົງໄດ້ດີ.




2.ປ່ຽນໄມ້ຖູແຂ້ວ ທຸກ 2-3 ເດືອນ
ຖ້າໃຊ້ດົນໆ ໄມ້ຖູແຂ້ວກໍ່ຈະເປັນ ແຫຼ່ງສະສົມເຊື້ອແບັດທີເລຍ. ດ້ວຍເຫດນີ້ຈິ່ງຕ້ອງຈໍາເປັນໄດ້ປ່ຽນ ຖ້າສັງເກີດວ່າ ໄມ້ຖູແຂ້ວນັ້ນ ເປັນປຸຍ ແລະ ເຮັດໃຫ້ການຖູແຂ້ວ ບໍ່ສະອາດ.




3.ກິນຜັກສົດໆໃຫ້ຫຼາຍຂື້ນ
ອັນນີ້ສໍາຄັນເດີ ເພາະວ່າການກິນຜັກນີ້ ຈະຊ່ວຍເຮັດໃຫ້ ການຖ່າຍເທໄດ້ດີ. ເວົ້າງ່າຍໆ ແມ່ນຖ້າເຮົາ ຖ່າຍໜັກ ຖ່າຍເບົາ ເປັນປົກກະຕິ ຈະເຮັດໃຫ້ເສດອາຫານ ອອກຈາກຮ່າງກາຍ. ບໍ່ເປັນການ ສະສົມສິ່ງບໍ່ດີໃນຮ່າງກ່າຍ, ອັນຈະເຮັດໃຫ້ ລົມຫາຍໃຈ ບໍ່ມີກິ່ນເໝັນ




4.ບ້ວນປາກດ້ວຍນໍ້າເກືອ
ເປັນວິທີທີ່ປະຢັດ ແລະ ສາມາດເຮັດໄດ້ທຸກເຊົ້າແລງ, ດີແທ້ ແມ່ນບ້ວນດ້ວຍນໍ້າອຸ່ນໃສ່ເກືອ. ເກືອສາມາດຂ້າເຊື້ອແບັດທີເລຍ ໃນຜົ້ງປາກໄດ້ດີ ເຊັ່ນກັນ.




5. ຢໍ້າເປືອກໝາກກ້ຽງ ຫຼືເປືອກໝາກນາວ
ເປັນອີກວິທີດ ທີ່ໄດ້ຜົນ ເພາະຄວາມເປັນກົດ ແລະ ກິ່ນຂອງເປືອກໝາກກ້ຽງ ຫຼື ໝາກນາວ ສາມາດຊ່ວຍໃຫ້ລົມຫາຍໃຈ ສົດຊື່ນຂຶ້ນ




6. ຖູແຂ້ວ ໃຫ້ຖືກວິທີ ເປັນປະຈໍາ ແລະໝັ່ນທໍາຄວາມສະອາດລີ້ນ
ບໍ່ພຽງແຕ່ ຖູແຂ້ວເລື້ອຍໆ ຕ້ອງູໃຫ້ຖືກວິທີ ແລະ ເຂ່ຍເສດອາຫານ ຕາມວ່າແຂ້ວອອກໃຫ້ໝົດ. ເພາະຖ້າມີເສດອາຫານ, ກໍ່ຈະເປັນຈຸດເລີ່ມຕົ້ນຂອງ ເຊື່ອແບັດທີເລຍ ທີ່ຈະເຮັດໃຫ້ມີກິນປາກ. ນອກນີ້, ລິ້ນກໍ່ຈະເປັນບ່ອນສະສົມແບັດທີເລຍ ສະນັ້ນ ຄວນມີໄມ້ຖູແຂ້ວ ທີ່ສາມາດ ຖູລີ້ນ ໃຫ້ສະອາດ



7.ຫຼີກລ້ຽງການປະທານອາຫານທີ່ມີກິ່ນແຮງ
ອັນນີ້ເປັນຕົວບັນຫາເລີຍ, ຄົນທີ່ມັກກິນເຜັດ ກິນເຄັມ, ກິນອາຫານທີ່ມີ ສ່ວນປະສົມຂອງ ຜັກບົ່ວ ຜັກທຽມ ຫຼື ທີ່ມີກິນແຮງໆ ກໍ່ຈະເຮັດໃຫ້ກິ່ນປາກເໝັນ. ສະນັ້ນ, ຖ້າກິນແລ້ວ ຕ້ອງຟ້າວໄປ ທໍາຄວາມສະອາດ ແຂ້ວ ແລະ ຜົ້ງປາກທັນທີ.




ຫາກທ່ານມີເຕັກນິກດີໆ ເພື່ອຊ່ວຍໃຫ້ກິ່ນປາກຫອມ ນອກຈາກທີ່ກ່າວມາຂ້າງເທີງ ກໍ່ສາມາດສົ່ງມາແບ່ງປັນຄວາມຮູ້ກັບ ທຸກຄົນໄດ້ເດີ.

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້


ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

Post Bottom Ad