ຊັກຜ້າແນວໃດ ບໍ່ໃຫ້ກິ່ນເໝັນອັບໃນຊ່ວງລະດູຝົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊັກຜ້າແນວໃດ ບໍ່ໃຫ້ກິ່ນເໝັນອັບໃນຊ່ວງລະດູຝົນ


ຊ່ວງນີ້ຝົນເລີມຕົກຈົນເຖິງເດືອນ 8ແລ້ວ ແອດມິນ Day ກໍເລີຍຫາຂໍ້ມູນດີໆ ສຳຫລັບຊັກເຄື່ອງບໍ່ໃຫ້ເໝັນອັບໃນຊ່ວງລະດູຝົນ ມາຝາກໃຫ້ທຸກໆຄົນເດີ


1.ບິດຜ້າໃຫ້ແຫ້ງ

   ສຳຫລັບຄົນທີ່ບໍ່ມີຈັກຊັກຜ້າ ການບິດຜ້າ ແລະ ສະບັດເສື້ອຜ້າເຄື່ອງນຸ່ງທີ່ເຮົາຊັກນັ້ນສຳຄັນຫລາຍ ເພາະຈະຊ່ວຍໃຫ້ນໍ້າທີ່ຢູ່ໃນເສັ້ນໃຍຂອງຜ້າອອກມາ ແລະ ຍັງຊ່ວຍໃຫ້ຜ້າແຫ້ງໄວ ເພາະສະນັ້ນຫາກວ່າທ່ານຊັກຜ້າໃນຍາມຝົນ ການບິດ ແລະສະບັດຫຼາຍໆເທື່ອນັ້ນຈະເຮັດໃຫ້ຜ້າແຫ້ງໄວຂຶ້ນກວ່າເກົ່າ ແຕ່ສຳຫລັບຄົນທີ່ມີຈັກຊັກຜ້າກໍ່ເບົາໂຕໄປ. 



2.ເລືອກນຸ່ງເເຄື່ອງທີ່ມີເນື້ອແຜ່ບາງລົງ

   ການເລືອກເຄື່ອງນຸ່ງເນື້ອແພບາງແນ່ກໍ່ດີ ເພາະຜ້າສ່ວນຫຼາຍທີ່ມີກິ່ນອັບ ເນື່ອງຈາກຜ້າເລົ່ານີ້ມີເນື້ອແຜ່ທີ່ໜາ ແລະເຮັດໃຫ້ແຫ້ງຊ້າກວ່າປົກກະຕິໃນຊ່ວງຝົນຕົກແບບນີ້ທາງທີ່ດີຄວນເລືອກໃສ່ຜ້າທີ່ມີເນື້ອແຜ່ບາງລົງກໍຈະຊ່ວຍໄດ້ຫຼາຍ ຫຼືຖ້າຈໍາເປັນທີ່ຕ້ອງໃຊ້ເນື້ອແຜ້ໜາ ການຕາກໃນຫ່າງໆກັນ ກໍເປັນອີກທາງທີ່ຊ່ວຍໄດ້. 



3.ຕາກຜ້າໃນຫ້ອງແອ ຫຼືໃຊ້ພັດລົມຊ່ວຍເປົ່າ

    ແທ້ໆ ແລ້ວການຕາກຜ້າໃນຫ້ອງແອກໍເປັນອີກທາງໜື່ງທີ່ຊ່ວຍໃຫ້ຜ້າແຫ້ງໄວ ເພາະອາກາດໃນຫ້ອງແອແຫ້ງ ແລະເຢັນຈຶ່ງເຮັດໃຫ້ຜ້າແຫ້ງໄດ້ ແລະພັດລົມກໍເປັນອີກທາງທີ່ຊ່ວຍໃຫ້ຜ້າແຫ້ງໄວໄດ້ເຊັ່ນກັນ. ຖ້າທ່ານບິດ ແລະສະບັດແບບວິທີທີ່ໜື່ງລວມກັບຕາກໃນຫ້ອງແອ ຫຼືພັດລົມ ກໍຈະເຮັດໃຫ້ຜ້າແຫ້ງໄວຂຶ້ນນໍາອີກ.


4  ການໃຊ້ຜະລິດຕະພັນຊັກຜ້າ ແລະ ປັບຜ້ານຸ້ມ ທີ່ຊ່ວຍເນັ້ນການລົດກິ່ນອັບຂອງເສື້ອຜ້າໄດ້ດີ


     ການເລືອກຜະລິດຕະພັນຊັກເສື້ອຜ້ານັ້ນກໍ່ສຳຄັນເຊັ່ນກັນ ເພາະເລືອກບໍ່ດີເຄື່ອງເຮົາກໍ່ບໍ່ສະອາດ ທັງເຫມັນນຳອີກ ດັ່ງນັ້ນກໍ່ໃຫ້ໃສ່ໃຈລາຍລະອຽດ ແລະ ຄຸນນະພາບຍິ່ງເປັນການດີ ເພື່ອໃຫ້ເຄື່ອງນຸ່ງຂອງເຮົາທັງສະອາດທັງຫອມນຳອີກ

         ຮູ້ແບບນີ້ແລ້ວ ຫວັງວ່າທຸກທ່ານຈະເອົາເຂັດລັບນີ້ໄປໃຊ້ເພື່ອໃຫ້ເຄື່ອງນຸ່ງຂອງທ່ານຈະໄດ້ຫອມສົດຊື່ນຕະຫຼອດທັ້ງວັນ

Post Bottom Ad