ສອງນາຍົກ ລາວ-ໄທ ພົບປະທີ່ ບາງກອກ ພ້ອມຫາລື ສະຫຼອງ 70 ປີ ສາຍສໍາພັນທາງການທູດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສອງນາຍົກ ລາວ-ໄທ ພົບປະທີ່ ບາງກອກ ພ້ອມຫາລື ສະຫຼອງ 70 ປີ ສາຍສໍາພັນທາງການທູດ




ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.


ໃນການພົບປະດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນ ຈົບງາມ ໃນການເລືອກຕັ້ງທົ່ວໄປຂອງປະເທດໄທ ເມື່ອບໍ່ດົນຜ່ານມາ ແລະ ຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານພົນເອກ ປຣະຢຸດ ຈັນໂອຊາ ທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອີກວາລະໜຶ່ງ, ພ້ອມທັງສະແດງຄວາມດີໃຈ ແລະ ຍິນດີເຮັດວຽກຮ່ວມກັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ໄທ ໃນຕໍ່ໜ້າ.



ນອກນີ້, ໃນປີ 2020 ນີ້, ສອງຝ່າຍຍັງເຫັນດີຮ່ວມກັນທີ່ຈະຈັດກິດຈະກຳສະເຫລີມສະຫລອງຄົບຮອບ 70 ປີ (19/12/1950-19/12/2020) ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ໃຫ້ມີບັນຍາກາດຟົດຟື້ນ.



ພ້ອມກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄວາມຍິນດີ ແລະ ຄຳຊົມເຊີຍຢ່າງຈິງໃຈຂອງ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ມາຍັງ ພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດພິທີບໍຣົມລາຊາພິເສກຂຶ້ນຄອງລາດສະບັນລັງຢ່າງເປັນທາງການ ແລະ ຮຽນເຊີນພະອົງພ້ອມດ້ວຍພະລາຊິນີ ສະເດັດຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນໂອກາດທີ່ສົມເດັດສະດວກ.



ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີນຳກັນ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ບົນພຶ້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ໄທ.



ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມຊົມເຊີຍ ຕໍ່ການກະກຽມອັນດີເລີດ, ຮອບດ້ານ ແລະ ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ແລະ ຖືໂອກາດນີ້ ຮຽນເຊີນ ພະນະທ່ານ ນາຍົກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນອານາຄົດອັນໃກ້ນີ້.

Lao National Radio

Post Bottom Ad