ກອງປະຊຸມເປີດກວ້າງຂອງລັດຖະບານ ຈັດຂຶ້ນ 26-27 ມິຖຸນາ 2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກອງປະຊຸມເປີດກວ້າງຂອງລັດຖະບານ ຈັດຂຶ້ນ 26-27 ມິຖຸນາ 2019


ລັດຖະບານ: ໃນຕອນເຊົ້າມື້ນີ້ ວັນທີ 26 ມິຖຸນາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີເປີດກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົລັດຖະມົນຕີ.

ເຂົ້າຮ່ວມກອງປະຊຸມ ມີບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການຕຸລາການ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອ: 

  • ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, 
  • ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2019, 
  • ທິດທາງແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປະຈໍາ ປີ 2020, 
  • ລວມທັງການຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020, 
  • ການສະຫລຸບຕີລາຄາສະພາບການຄຸ້ມຄອງເງິນຕາ ເດືອນຕົ້ນປີ ແລະ ວຽກຈຸດສຸມຄຸ້ມຄອງເງິນຕາປີ 2020 ແລະ 
  • ການສະຫລຸບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02 /ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ລາວ, 
  • ການສະຫລຸບລາຍງານຄວາມຄືບໜ້າຂອງການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນ 6 ເດືອນທ້າຍປີ ແລະ 
  • ສະຫລຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນໄລຍະ 3 ປີ. 
  • ພ້ອມນີ້, ບາງຂະແໜງການ ຍັງໄດ້ລາຍງານເພີ່ມຕື່ມອີກກ່ຽວກັບການແກ້ໄຂວຽກງານພົ້ນເດັ່ນອີກຈໍານວນໜຶ່ງ.




ນອກຈາກນີ້, ໃນໂອກາດຈັດກອງປະຊຸມລັດຖະບານເປີດກ້ວາງຄັ້ງນີ້, ລັດຖະບານຈະດໍາເນີນກອງປະຊຸມຊຸກຍູ້ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາພາຍໃຕ້ຫົວຂໍ້: ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກ ໃນວັນທີ 28 ມິຖຸນາ 2019 ເພື່ອທົບທວນຄືນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ, ພ້ອມທັງ ຊຸກຍູ້ໃຫ້ພາກທຸລະກິດເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.



ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ມີຄໍາ ເຫັນກ່າວໄຂກອງປະຊຸມວ່າ: ກອງປະຊຸມລັດຖະບານເປີດ ກ້ວາງໃນຄັ້ງນີ້, ແມ່ນໄປຄຽງຄູ່ກັບການສະຫລຸບຕີລາຄາໝາກຜົນລວມຂອງການເຄື່ອນໄຫວວຽກງານຂອງລັດຖະບານ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໃນໄລຍະ 6 ເດືອນຜ່ານມາ ແລະ ກໍານົດທິດທາງວຽກງານຈຸດສຸມຕົ້ນຕໍໃນ 6 ເດືອນທ້າຍປີ 2019 ແລ້ວ ລັດຖະບານຈະໄດ້ປຶກສາຫາລືເພື່ອຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຫາກໍ່ສໍາເລັດລົງໃນວັນທີ 25 ມິຖຸນາຜ່ານມາ, ເຊີ່ງຖືເປັນພື້ນຖານ ແລະ ເປັນທິດນໍາທີ່ສໍາຄັນໃຫ້ແກ່ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າ.

ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມໃຫ້ຍົກສູງຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ລາຍງານຢ່າງກະທັດຮັດ, ຊັດເຈນ ແລະ ມີຈຸດສຸມໃນ ຂອບເຂດເວລາທີ່ກໍານົດ ແລະ ປະກອບຄໍາເຫັນຢ່າງເລິກເຊີ່ງຕໍ່ບັນຫາທີ່ເປັນຂໍ້ຄົງຄ້າງ, ພ້ອມທັງວິເຄາະວິໄຈເຖີງສາເຫດ ແລະ ສະເໜີທິດທາງ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ.

ຂ່າວ: ບຸນຕຽງ ຈັນທະວົງ
Lao National Radio

Post Bottom Ad