ກິດຈະກໍາດີໆສໍາລັບຄອບຄົວ ເພື່ອຫຼຸດຜ່ອນການຕິດມືຖືຂອງເດັກສະໄຫມນີ້
ເດັກນ້ອຍ ແລະ ໄວລຸ້ນສະໄໝນີ້ ມັກຫລິ້ນມືຖື ແລະ ອິນເຕີເນັດຕ່າງໆຈົນຕິດ ດັ່ງນັ້ນ ຜູ້ປົກຄອງກໍຄວນພາລູກໆໄປເຮັດກິດຈະກໍາທາງນອກ ຫຼື ອອກກໍາລັງກາຍເບົ່າໆເຊັ່ນ
ແຕະບານ
ບານບ້ວງ
ຂີ່ລົດຖີບ
ຕີດອກປີກໄກ່ ແລະກີລາຕ່າງໆ
ແຕ່ຫາກວ່າທ່ານບໍ່ມີເວລາທີ່ຈະອອກໄປນອກກໍສາມາດຊື້ຂອງຫຼິ້ນທີ່ທຸກຄົນໃນຄອບຄົວສາມາດຫຼິ້ນໄດ້ຄື
ເລໂກ້ຍັກ
ເລໂກ້ຍັກ ຊ່ວຍໃຫ້ເດັກນ້ອຍສ້າງບ້ານຂອງຫຼິ້ນໄດ້ງ່າຍພ່ຽງແຕ່ນໍາເລໂກ້ຍັກ ທີ່ມີຂະໜາດ ແລະສີສັນຕ່າງໆມາປະກອບຕາມທີ່ຄິດ ແລະຍັງຊ່ວຍໃຫ້ເຝິກຈິນຕະນາການ,ຄວາມຄິດສ້າງສັນຂຶ້ນນໍາອີກ. ເໝາະສໍາຫຼັບເດັກອາຍຸ 3ປີຂື້ນໄປ.
ເກມແພນກິນທຸບນໍ້າແຂງ
ເກມແພນກິນທຸບນໍ້າແຂງ ຂອງຫຼິ້ນເຝິກສາມາທິເສີມສ້າງຄວາມຄິດ ແລະຄວາມສັມພັນຂອງຄອບຄົວ ມີການຫຼິ້ນຢ່າງເປັນຂັ້ນຕອນ ຊ່ວຍເຝິກໃຫ້ເດັກແກ້ໄຂປັນຫາດ້ວຍຕົນເອງ ແລ້ວຍັງຮູ້ຈັກການໃຊ້ສາຍຕາ ແລະການເຄື່ອນໄຫວຂອງນໍ້າໜັກມືນໍາອີກ.
ເກມໂຍຂະປິນ
ໂຍຂະປິນເປັນເກມທີ່ຫຼິ້ນໄປນໍາອອກກໍາລັງກາຍໄປນໍາດ້ວຍ ຄວນຫຼິ້ນພ້ອມກັນກັບຄົວຖ້າຈະໃຫ້ມ່ວນຂຶ້ນ ແລະອອກກໍາລັງກາຍໃຫ້ຖືກເພື່ອສຸຂະພາບທີ່ແຂງແຮງ.
ການຊອກຫາຂອງຫລິ້ນ ຫລື ກິດຈະກຳທີ່ຫລິ້ນໄດ້ຫລາຍຄົນຈະເປັນການດີ ເພາະຈະເຮັດໃຫ້ຄອບຄົວໄດ້ມີເວລາຮ່ວມກັນຫລາຍຂຶ້ນ ພະຍາຍາມສ້າງບັນຍາກາດທີ່ມ່ວນຊື່ນໃນຂະນະເຮັດກິດຈະກຳນຳລູກໆ ເພາະເດັກຈະມີຄວາມສຸກ ແລະ ມີຄວາມຄິດສ້າງສັນ ມັນຍັງສ້າງຄວາມຊົງຈຳທີ່ດີໃຫ້ແກ່ທຸກຄົນໃນຄອບຄົວໄດ້ນຳອີກ
ຫວັງວ່າຂໍ້ມູນເຫລົ່ານີ້ຈະເປັນປະໂຫຍດແກ່ທ່ານ ແລະ ຄົນທີ່ທ່ານຮັກ
ດ້ວຍຄວາມຫວັງດີຈາກ ແອດມິນ Day