ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນ ກູ້ໄພ 1624 ໃຫ້ຮູ້ວ່າ ເວລາປະມານ 9:00 ວັນທີ 20 ມິຖຸນາ 2019 ເກີດອຸບັດຕິເຫດ ທີ່ຮ້ານເຝີຄ້ອຍນ້ຳປະປາ ເຂດບ້ານສີໄຄ, ເມືອງສີໂຄດຕະບອງ ລະຫວ່າງ ລົດແລນຄຸດເຊີ ທະບຽນ ສະຫວັນນະເຂດ ຣຣ 2222 ແລະ ລົດ ເຊັບໂລເລັກ ກໍາແພງນະຄອນ ກມ 1605. ທີ່ເກີດເຫດ ພົບເຫັນລົດເພເສຍຫາຍ ດ້ານໜ້າທັງສອງຄົນ, ຄົນຂັບລົດແລນຄຸດເຊີ ເກີດອາການຊັອກໝົດສະຕິ. ທາງກູ້ໄພໄດ້ເຂົ້າໃຫ້ການຊ່ວຍເຫຼືອ ຄົນເຈັບ ເຊິ່ງມີອາຫານໂຕແຂງ, ຊີບພະຈອນມີບັນຫາ, ແລະ ນໍາສົ່ງໄປໂຮງໝໍ. ຂໍໃຫ້ປອດໄພ.