ເຈົ້າທີ່ບຶງ ບ້ານໝາກນາວ ເມືອງໄຊບູລີ ອອກມາຂໍປັນພູດ (ມີຄລິບ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າທີ່ບຶງ ບ້ານໝາກນາວ ເມືອງໄຊບູລີ ອອກມາຂໍປັນພູດ (ມີຄລິບ)


ໃນວັນທີ 8 ມິິຖຸນາ 2019 ຜ່ານມາ ຜູ່ໃຊ້ເຟສບຸກ Souksavanh Chanthavong ໄດ້ໂພດເລື່ອງລາວ ທີ່ຕ້ອງຮືຮາ. ຂອງພີ່ນ້ອງ ບ້ານໝາກນາວ ເມືອງໄຊບູລີ ແຂວງສະຫວັນນະເຂດ. ທີ່ພາກັນ ກະກຽມງານບຸນ ແລະ ມີການຂ້າສັດ ເພື່ອເຮັດງານລ້ຽງ. ຂະນະທີ່ ພາກັນ ປັນພູດຊີ້ນ ກັນຢູ່ນັ້ນ, ເຈົ້າທີ່ (ຂີ້ແຂ້) ທີ່ຢູ່ບຶງ ບ້ານໝາກນາວ ກໍ່ປະກົດຕົວ.

ຊາວບ້ານຈິ່ງໄດ້ ນໍາເອົາ ຊີ້ນສ່ວນໜື່ງ ໃຫ້ກັບ ເຈົ້າທີ່. ເຊິ່ງ ຊາວບ້ານຕ່າງກໍ່ເຊື່ອ ເຄົາລົບ ຂີ້ແຂ້ ໃນບຶງແຫ່ງ ນີ້ເປັນ ສິ່ງທີ່ຄອຍປົກປັກຮັກສາ.

ຂໍ້ຄວາມຈາກ Souksavanh Chanthavong

''ມື້ອື່ນບຸນບ້ານເພິ່ນ ລູກຫລານຄົວຊີ້ນ ເພິ່ນກະມາກິນນຳ ຂໍໃຫ້ພໍ່ຮັກສົມຮັກສາລູກຫລານ ໃນງານກະໃຫ້ມີແຕ່ມ່ວນ ບໍ່ໃຫ້ຂ້ອງບໍ່ໃຫ້ຄາ ບຸນບ້ານໝາກນາວ ເມືອງໄຊບູລີ, ກົດແຊ ຂໍໃຫ້ໂຊກຫມາກລໍ້າລວຍ''











ກົດຊົມຄລິບ:



_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ





Post Bottom Ad