ຂ່າວດ່ວນ! ປະກາດແຕ່ງຕັ້ງ ທ່ານ ຄໍາພາ ແສງດາຣາ ເປັນປະທານສານປະຊາຊົນ ສູງສຸດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂ່າວດ່ວນ! ປະກາດແຕ່ງຕັ້ງ ທ່ານ ຄໍາພາ ແສງດາຣາ ເປັນປະທານສານປະຊາຊົນ ສູງສຸດ



ລັດຖະບານ: ໃນກອງປະຊຸມສະພາແຫ່ງຊາດ ວາລະ ຕອນບ່າຍ ວັນທີ 7 ມິຖຸນາ 2019 ໄດ້ມີການສະເໜີ ປັບປຸງ ກົງຈັກຂອງລັດຖະບານ. ເຊິ່ງໄດ້ມີການ ສັບຊ້ອນ ຕໍາແໜ່ງສໍາຄັນ ຂອງລັດຖະບານດັ່ງນີ້.


ແຕ່ງຕັ້ງ ທ່ານ ຄໍາພາ ແສງດາຣາ ຂຶ້ນເປັນ ປະທານສານປະຊາຊົນ ສູງສຸດ ແທນທ່ານ ຄໍາພັນ ສິດທິດໍາພາ ເຊິ່ງຈະໄດ້ຖືກມອບໝາຍ ໄປຮັບໜ້າທີ່ໃໝ່.

ສະແດງຄວາມຍິນດີ ກັບ ທ່ານ ຄໍາພາ ແສງດາຣາ ແລະ ຂໍໃຫ້ທ່ານຈົ່ງນໍາພາການປະຕິບັດວຽກງານ ສານປະຊາຊົນສູງສຸດ ດ້ວຍຄວາມໂປ່ງໃສ ຍຸຕິທໍາ.





ສະພາແຫ່ງຊາດ ຮັບຮອງເອົາມະຕິ
ວ່າດ້ວຍ ການແຕ່ງຕັ້ງບຸກຄະລາກອນ ຈຳນວນ 2 ທ່ານ

ຂປລ. ໃນວະລະດຳເນີນກອງປະຊຸມສະໄໝາສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຕອນແລງວັນທີ 7 ມິຖຸນາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນ ຕາມການສະເໜີ ຂອງ ທ່ານປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 217/ປປທ ລົງວັນທີ 5 ມິຖຸນາ 2019 ເລື່ອງການເລືອກຕັ້ງປະທານສານປະຊາຊົນສູງສຸດຄົນໃໝ່ ແລະ ໜັງສື່ສະເໜີ ຂອງທ່ານນາຍົກລັດຖະມົນຕີ ເລກທີ 177/ນຍ, ລົງວັນທີ 22 ເມສາ 2019 ເລື່ອງການແຕ່ງຕັ້ງສະມາຊິກລັດຖະບານ, ເຊິ່ງມີລາຍລະອຽດດັ່ງນີ້:

ບັນດາສະມາຊິກສະພາແຫ່ງຊາດ ເຫັນດີຮັບຮອງເອົາການແຕ່ງຕັ້ງ ທ່ານ ຄຳພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ຂຶ້ນເປັນ ປະທານສານປະຊາຊົນສູງສຸດ, ສ່ວນ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດຜູ້ເກົ່າ ແມ່ນຈະໄດ້ໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ,

ພ້ອມທັງໄດ້ຮັບຮອງເອົາການແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ມາເປັນລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ.







_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ









Post Bottom Ad