ເສັງຄັດເລືອກລັດຖະກອນຄູ ແລະ ບໍລິຫານ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ຈັດຂຶ້ນຢ່າງໂປ່ງໃສ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເສັງຄັດເລືອກລັດຖະກອນຄູ ແລະ ບໍລິຫານ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ຈັດຂຶ້ນຢ່າງໂປ່ງໃສ



ແຂວງວຽງຈັນ: ການສອບເສັງຄັດເລືອກລັດຖະກອນຄູ ແລະ ບໍລິຫານ ສົກຮຽນ 2018-2019 ຂອງພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ຈັດຂື້ນໃນວັນທີ 11 ພຶດສະພາ 2019 ທີ່ຜ່ານມາ ທີ່ໂຮງຮຽນ ມສ ໂພນໝີ ໂດຍການເປັນປະທານຂອງທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ມີ ທ່ານຄະນະພະແນກສຶກສາທິການ ແລະ ກິລາ ແຂວງ, ມີທ່ານ ນາງ ແກ້ວດວງໃຈ ສີສຸທໍາ ຮອງຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນ ແຂວງວຽງຈັນ, ບັນດາທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍ ພະນັກງານວິຊາການ ແລະ ນັກສຶກສາ ເຂົ້າຮ່ວມ 200 ກ່ວາຄົນ.



ທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ກ່າວວ່າ:

ເພື່ອປະຕິບັດຕາມຄໍາແນະນໍາຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 420/ສສກ, ລົງວັນທີ 03 ເມສາ 2019 ວ່າດ້ວຍການຮັບ ແລະ ບັນຈຸລັດຖະກອນຄູ ແລະ ບໍລິຫານ ໃນຂະແໜງການສຶກສາ ແລະ ກິລາ ສົກຮຽນ 2018-2019 ພະແນກສຶກສາທິການ ແລະ ກິລາແຂວງ ຈື່ງໄດ້ຈັດການສອບເສັງຄັດເລືອກເອົາລັດຖະກອນຄູ ແລະ ບໍລິຫານຂື້ນ.


ເຊີ່ງຜູ້ທີ່ເຂົ້າຮ່ວມຈະໄດ້ສອບເສັງ ພາກທິດສະດີ ແລະ ການສຳພາດ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ສອນດີ, ສອນເກັ່ງ, ມີຄຸນສົມບັດດີ ມັກຮັກໃນອາຊີບຄູປະກອບເຂົ້າເປັນລັດຖະກອນຄູ ແລະ ບໍລິຫານ ຕາມຕົວເລກແບ່ງປັນຂອງກະຊວງສຶກສາທິການ ແລະ ກິລາ.



ໃນສົກຮຽນ 2018-2019 ພະແນກສຶກສາທິການ ແລະກິລາແຂວງວຽງຈັນ ໄດ້ຮັບໂກຕ່າລັດຖະກອນ ຈາກກະຊວງສຶກສາທິການ ແລະ ກິລາ ທັງໝົດ 41 ໂກຕ່າ, ໃນນັ້ນ ລັດຖະກອນຄູ ຈໍານວນ 38 ໂກຕ່າ ແລະ ບໍລິຫານ ຈໍານວນ 3 ໂກຕ່າ,



ການສອບເສັງຄັດເລືອກໃນຄັ້ງນີ້ມີນັກສຶກສາ ຈໍານວນ 257 ຄົນ ເຂົ້າຮ່ວມ ໂດຍແບ່ງຕາມສາຍວິຊາຄື: ຄູອະນຸບານ ຈໍານວນ 94 ຄົນ, ຄູປະຖົມ ຈໍານວນ 76 ຄົນ, ຄູຊັ້ນມັດທະຍົມ ( ຕາມສາຍວິຊາ ) ຈໍານວນ 81 ຄົນ ແລະ ບໍລິຫານ ຈໍານວນ 6 ຄົນ.

ທີ່ມາ : ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ.

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad