ເຈົ້າເມືອງໂພນທອງ ແຈ້ງການຍົກເລີກ ການລະດົມທຶນ ເພື່ອເປີດເມືອງຊາວໜຸ່ມ 4 ບຸກ ແລະກຳມະບານ 5 ເປັນເຈົ້າ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າເມືອງໂພນທອງ ແຈ້ງການຍົກເລີກ ການລະດົມທຶນ ເພື່ອເປີດເມືອງຊາວໜຸ່ມ 4 ບຸກ ແລະກຳມະບານ 5 ເປັນເຈົ້າ



ຫຼວງພະບາງ: ເຈົ້າເມືອງໂພນທອງ ແຂວງຫຼວງພະບາງ ອອກຂໍ້ຕົກລົງ ເລກທີ 88/ຈມ-ພທ ລົງວັນທີ 13 ພືດສະພາ 2019, ລົບລ້າງມະຕິຕົກລົງຂອງຄະນະຮັບຜິດຊອບກ່ຽວກັບການລະດົມງົບປະມານຈາກສະມາຊິກກຳມະບານ ແລະສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອກຽມເປີດເມືອງຊາວໜຸ່ມ 4 ບຸກ ແລະກຳມະບານ 5 ເປັນເຈົ້າ ເຫັນວ່າບໍ່ສອດຄ່ອງ ອັນເປັນທີວິພາກ ວິຈານຢ່າງກວ້າງຂວາງຈາກສັງຄົມອອນໄລ ອັນເຮັດໃຫ້ມີຄວາມບໍ່ເຂົ້າໃຈກ່ຽວກັບການຈັດຫາງົບປະມານ.



ຍ້ອນເຫດນີ້ ເຈົ້າເມືອງໂພນທອງ ຈຶ່ງອອກຂໍ້ຕົກລົງ ລົບລ້າງມະຕິຕົກລົງຂອງຄະນະຮັບຜິດຊອບກ່ຽວກັບການລະດົມງົບປະມານຈາກສະມາຊິກກຳມະບານ ແລະສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອກຽມເປີດເມືອງຊາວໜຸ່ມ 4 ບຸກ ແລະກຳມະບານ 5 ເປັນເຈົ້າ ດັ່ງກ່າວ ແລະມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.



ແຈ້ງການລະດົມທຶນ






_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad