ພິທີ ປັ້ນຫລໍ່ພະພຸດທະຮູບທອງເຫລືອງ ຢູ່ບ້ານໂພນແຮ່ ເມືອງທຸລະຄົມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພິທີ ປັ້ນຫລໍ່ພະພຸດທະຮູບທອງເຫລືອງ ຢູ່ບ້ານໂພນແຮ່ ເມືອງທຸລະຄົມ




ແຂວງວຽງຈັນ: ໃນວັນທີ 12 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ວັດບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ ທ່ານ ພໍ່ຕູ້ ສີເມືອງ ແລະ ແມ່ຕູ້ ອ້ວນ ພະຈອມພົນ , ອຳນາດການປົກຄອງບ້ານທຸກພາກສ່ວນ,ອອກຕົນຍາດໂຍມແລະເຈົ້າສັດທາຕ່າງໆຢູ່ບ້ານດັ່ງກ່າວ ໃດ້ຈັດພິທີຫລໍ່ພະພຸດທະຮູບທອງເຫລືອງ ເຊີ່ງເປັນກຽດເຂົ້າຮ່ວມຂອງທ່ານ ນ. ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ,ມີທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງໆທຸລະຄົມ,ມີອຳນາດການປົກຄອງບ້ານແລະອອກຕົນຍາດໂຍມເຂົ້າຮ່ວມ.





ກ່ອນເຂົ້າສູ່ພິທີຫລໍ່ພະພຸດທະຮູບທອງເຫລືອງກໍ່ໃດ້ມີພິທີບ່ວງສວງສູດປະຕິມົງຄຸນເພື່ອໃຫ້ເຈົ້າຖິ່ນເຈົ້າຖານໃດ້ຮັບຮູ້ແລະຂໍໃຫ້ພະດັ່ງກ່າວມີຄວາມສວຍສົດງົດງາມແລະມີຄວາມສັກສິດ ຈາກນັ້ນທ່ານ ນ. ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງແລະທ່ານ ເຈົ້າເມືອງໆທຸລະຄົມພ້ອມດ້ວຍອອກຕົນຍາດໂຍມແລະສັດທາທັງຫລາຍກກໍ່ໃດ້ນຳພາກັນຫລໍ່ພະທອງເຫລືອງດັ່ງກ່າວ



ໂດຍນຳໃຊ້ນາຍຊ່າງຂອງລາວເຊີ່ງມີນ້ຳໜັກ 200 ກິໂລ,ໜ້າຕັກກ້ວາງ 65 ຊັງຕີ, ມີຄວາມສູງ 1 ແມັດ ແລະເປັນພະປາງຊະນະມານ ເມື່ອສຳເລັດການປັ້ນຫລໍ່ສຳເລັດແລະສົມໂພດແລ້ວຈະໃດ້ນຳພະທອງເຫລືອງອົງດັ່ງກ່າວສະທິດໄວ້ໃນພຸດທະສິມມາຂອງວັດບ້ານໂພນແຮ່ເພື່ອໃຫ້ພໍ່ແມ່ປະຊາຊົນກໍ່ຄືອອກຕົນຍາດໂຍມທັງຫລາຍໃດ້ກາບໄຫວ້ບູຊາແລະປົກປັກຮັກສາໄວ້ໃຫ້ຍາວນານຈົນເຊັ່ນລູກເຊັ່ນຫລານສືບທອດຕໍ່ໆໄປ .







ຂ່າວ: ຈັນສະໝອນ ຊາມຸນຕີ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad