ຊົມເຊີຍ ກູ້ໄພຊ່ວຍຄົນ ແມ່ເກີດລູກສຸກເສິນຢູ່ລົດຊາເລັ້ງ ໄດ້ຢ່າງປອດໄພ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊົມເຊີຍ ກູ້ໄພຊ່ວຍຄົນ ແມ່ເກີດລູກສຸກເສິນຢູ່ລົດຊາເລັ້ງ ໄດ້ຢ່າງປອດໄພ


ແຂວງ ສະຫວັນນະເຂດ: ລາຍງານຈາກກູ້ໄພແຂວງສະຫວັນນະເຂດ ໃຫ້ຮູ້ວາ ໃນວັນທີ 12 ພຶດສະພາ 2019 ເວລາ 12:20 ນາທີ ໜ່ວຍກູ້ຊິບ-ກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີຄົນເກີດລູກສຸກເສິນ ສາມລໍ້ ຊາເລັ້ງ 
ທີ່ເຂດ ບ້ານນາເຊັງ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.

ກູ້ໄພໃຫ້ຮູ້ວ່າ ແມ່ຍີງຖືພາທ້ອງແກ່ ກຳລັງຈະຄອດລູກສຸກເສີນ ກໍາລັງຈະໄປໂຮງໝໍ, ແຕ່ລູກອອກລູກກ່ອນຈະໄປຮອດໂຮງໝໍ, ດັ່ງນັ້ນ ທາງທີມງານອາສາກູ້ໄພ ຈິ່ງໄດ້ ຊ່ວຍເຫຼືອຄອດລູກ ໃຫ້.  ລູກທີ່ອອກເປັນເພດຍີງ ເຊິ່ງ ແຂງແຮງດີທັງ ແມ່ແລະລູກ, ຫຼັງຈາກລູກອອກແລ້ວ ທາງກູ້ໄພກໍ່ໄດ້ນໍາສົ່ງທັງສອງໄປ ໂຮງຫມໍແຂວງ ສະຫວັນນະເຂດ
___________________________________
ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ
020 2828-5454, 020 9898-5454 ຕະຫຼອດ 24 ຊົ່ວໂມງ
ໜ່ວຍກູ້ໄພ ສະຫວັນນະເຂດ









ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ




Post Bottom Ad