ພວຕ ນະຄອນຫຼວງວຽງຈັນ ຈັດພິທີທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພວຕ ນະຄອນຫຼວງວຽງຈັນ ຈັດພິທີທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ


ນະຄອນຫຼວງວຽງຈັນ: ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າ ທີ່ຮຽນແບບເຄື່ອງໝາຍການຄ້າ ຂຶ້ນໃນຕອນບ່າຍວັນທີ 24 ພຶດສະພາ 2019 ທີ່ ພວຕ ນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບກຽດການເຂົ້າຮ່ວມເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນຳວຽກງານຄຸ້ມຄອງ ຕິດຕາມ-ກວດກາ ວຽກງານຊັບສິນທາງປັນຍາ ຂັ້ນນະຄອນຫຼວງວຽງຈັນ, 





ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ, ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງວີທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາຫົວໜ້າຫ້ອງການ ວຕ ເມືອງ ແລະ ຄະນະກຳມະການ ຄຸ້ມຄອງຕິດຕາມ-ກວດກາ ວຽກງານຊັບສິນທາງປັນຍາ ຂັ້ນນະຄອນຫຼວງວຽງຈັນ ກໍເຂົ້າຮ່ວມໃນພິທີຄັ້ງນີ້.



ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າ ພວຕ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດພິທີທຳລາຍສິນຄ້າຮຽນແບບໃນຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ກໍຄືວຽກງານປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງເຈົ້າຂອງຊັບສິນທາງປັນຍາ.ພາຍຫຼັງທີ່ ພວຕ ນະຄອນຫຼວງວຽງຈັນ ໄດ້ຮັບໜັງສືແຈ້ງການ ຈາກກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວກໍໄດ້ຈັດກອງປະຊຸມປືກສາຫາລື ຮ່ວມກັບຄະນະກຳມະການ ຊຶ່ງຖືກແຕ່ງຕັ້ງຈາກເຈົ້າຄອງ ນະຄອນຫຼວງວຽງຈັນຊຶ່ງປະກອບດ້ວຍ 4 ພາກສ່ວນ ຄື: ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ, ພະແນກ ຍຸດຕິທຳ ນະຄອນຫຼວງວຽງຈັນ, ຕໍາຫຼວດເສດຖະກິດ, ອົງການໄອຍະການ ນະຄອນຫຼວງວຽງຈັນເພື່ອປຶກສາຫາລື ແລະ ຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ.



ຫຼັງຈາກນັ້ນ, ພວຕ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເພື່ອຕິດຕາມ-ກວດກາກ່ຽວກັບສິນຄ້າທີ່ລະເມີດ ເຄື່ອງໝາຍການຄ້າປະເພດຕ່າງໆ. ການເຄື່ອນໄຫວວຽກງານ ຂອງ ພວຕ ນະຄອນຫຼວງວຽງຈັນ ໄດ້ກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າ ຕາມສູນການຄ້າ, ຫ້າງຮ້ານ, ຕະຫຼາດຕ່າງໆ ພາຍໃນນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ ສາມາດກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າຕ່າງໆໄດ້ດັ່ງນີ້:



1. ປະເພດ ອຸປະກອນສາຍສາກ ຍີ່ຫໍ້ຊຳຊຸງ , ເຄື່ືອງເກັບໄຟສຳຮອງ(Power bank), ຊົບໃສ່ໂທລະສັບ, ຊຸດຫູຟັງ;
2. ແປ້ງນົວກາຈອງ;
3.ໂທລະພາບ ຊຳຊຸງ;
4.ກະເປົາຍີ່ຫໍ້ຕ່າງໆ.



ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ມີ ເຄື່ອງເກັບໄຟສໍາຮອງ ຈຳນວນ 286 ອັນ, ສາຍສາກໂທລະສັບ ຈຳນວນ 80 ອັນ, ຊຸດຫູຟັງ ຈຳນວນ 30 ອັນ, ອຸປະກອນບລູທູດ ຈຳນວນ 29 ອັນ, ຊົບໃສ່ໂທລະສັບ ຈຳນວນ 71 ອັນ, ແບັດເຕີລີ້ ຈຳນວນ 1,051 ອັນ, ຫົວປັກສຽບ ຈຳນວນ 109 ອັນ, ແປ້ງນົວກາຈອງ ຈຳນວນ 20 ຖົງ, ໂທລະພາບ ຊຳຊຸງ ຈຳນວນ 10 ເຄື່ອງ ມີທັງໝົດ 4 ຂະໜາດ ຄື: 24 ນີ້ວ, 32 ນີ້ວ, 42 ນີ້ວ ແລະ 48 ນີ້ວ; ກະເປົາຍີ່ຫໍ້ຕ່ງໆ ຈຳນວນ 37 ອັນ.
ນອກຈາກການທຳລາຍສິນຄ້າທີ່ກ່າວມາຂ້າງເທິງແລ້ວ ຍັງໄດ້ທຳລາຍຊີງຊັງທີ່ບໍ່ໄດ້ມາດຕະຖານ ຈຳນວນ 28 ໜ່ວຍ.



ຂ່າວ ແລະ ຮູບພາບ: ແສງທອງ ວັນນະທຳ






_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad