ກໍລະນີໃດແດ່ ທີ່ກົດໝາຍ ຂອງ ສປປ ລາວ ຫ້າມ ແຕ່ງງານກັນ? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກໍລະນີໃດແດ່ ທີ່ກົດໝາຍ ຂອງ ສປປ ລາວ ຫ້າມ ແຕ່ງງານກັນ?


ຈາກກະແສ ໂລກາພິວັດ ແລະ ການປ່ຽນແປງຂອງການມັກຮັກ ເຮັດໃຫ້ສັງຄົມ ເລີ່ມຍອມຮັບ ການຢູ່ຮ່ວມກັນ ຂອງເພດດຽວກັນ ບໍ່ວ່າ ຈະເປັນ ຄູ່່ເກ (ຊາຍກັບຊາຍ), ເລດສະປ່ຽນ (ຍິງກັບຍິງ), ຊາຍກັບກະເທີຍ, ຍິງກັບທອມ. ໄດ້ມີການຈັດງານແຕ່ງງານ ຂອງຄູ່ຮັກຮ່ວມເພດ ແລະ ແຊກັນທາງ ສື່ອ່ອນລາຍ ຢ່າງຫຼວງຫຼາຍ.

ເຖິງຢ່າງໃດກໍ່ດີ ອີກຕາມກົດໝາຍຄອບຄົວ ຂອງ ສປປລາວ ໄດ້ກໍານົດໄວ້ ໃນມາດຕາ 10 (ປັບປຸງ) ວ່າ

ມາດຕາ 10 (ປັບປຸງ). ການບໍ່ອານຸຍາດໃຫ້ແຕ່ງດອງ
ການແຕ່ງດອງ ຈະບໍ່ອານຸຍາດ ໃຫ້ໃນກໍລະນີດັ່ງນີ້
1. ບຸກຄົນທີ່ເປັນເພດດຽວກັນ, ເປັນບ້າເສຍຈິດ ຫຼື ເປັນພະຍາດຮ້າຍແຮງ ຫຼື ຕິດແປດ ທີ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜົວ ຫຼື ເມຍ ຫຼື ລູກ
2. ບຸກຄົນທີ່ຢູໃນ ນາມຕະກູນ ຊິງຊາດດຽວກັນຂອງຊົນເຜົ່າ ຫຼື ເປັນຍາດໃກ້ຊິດກັນ ຄື: ພໍ່ແມ່, ປູ່ຍ່າ, ພໍ່ເຖ້າ ແມ່ເຖົ້າ ຂຶ້ນໄປ ກັບລູກ, ຫຼານ, ເຫຼນ ຕໍ່ລົງມາ. ລະຫວ່າງ ພໍ່ລ້ຽງ, ແມ່ລ້ຽງ ກັບ ລູກລ້ຽງ, ລະຫວ່າງ ພໍ່ນ້າ, ແມ່ນ້າ ກັບ ລູກນ້າ, ລະຫວ່າງ ລູກຄີງ ກັບ ລູກຄີງ ກັບ ລູກລ້ຽງ, ກັບ ລູກນ້າ, ລະຫວ່າງ ລູກລ້ຽງ ກັບ ລູກລ້ຽງ, ກັບລູກນ້າ, ລະຫວ່າງ ລູກນ້າ ກັບລູກນ້າ, ລະຫວ່າງ ລຸງ ປ້າ, ອາວ ອາ, ນ້າ ບ່າວ, ນ້າສາວ ກັບ ຫຼານ.

ສໍາລັບລູກນ້າກັບລູກນ້າ ນັ້ນ ສາມາດເອົາກັນເປັນຜົວເມຍໄດ້ ໃນກໍລະນີ ທີ່ພໍ່ແມ່ ໄດ້ຢ່າຮ້າງກັນແລ້ວ.



ທ່ານສາມາດສຶກສາ ຮຽນຮູ້ ກົດໝາຍຄອບຄົວ ລະອຽດ ຕາມຂ້າງລຸ່ມ























_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad