ລົດເກງແລ່ນກາຍໂຄ້ງປີ້ນຊີ້ຟ້າ ທີ່ເມືອງແບງ 12/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດເກງແລ່ນກາຍໂຄ້ງປີ້ນຊີ້ຟ້າ ທີ່ເມືອງແບງ 12/5/19


ອຸດົມໄຊ: ລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ເວລາປະມານ 11:00 ວັນທີ 12 ພຶດສະພາ 2019 ເກີດອຸບັດຕິເຫດ ລົດເກງເສຍຫຼັກ ກາຍໂຄ້ງ ປີ້ນລົງທົ່ງນາ ເຂດ ເມືອງແບງ, ແຂວງອຸດົມໄຊ.


ລົດທີ່ເກີດເຫດ ແມ່ນລົດ ເກັງເກຍ, ມີສະພາບ ຫົກສັກ ກົ້ນຊີ້ຂຶ້ນ ງາຍທ້ອງ ຢູ່ຄັນນາ. ໂຊກດີທີ່ໂຊກເຟີປອດໄພ.  ລົດແມ່ນໄດ້ຮັບຄວາມເສຍຫາຍສົມຄວນ. ຈຸດເກີດເຫດ ແມ່ນທາງໂຄ້ງກ້ອງຮ້ານອາຫານວັງກາຍ, ເມືອງແບງ, ແຂວງອຸດົມໄຊ.

ເຕືອນໄພທຸກຄົນຈົ່ງລະມັດລະວັງໃນການຂັບຂີ່.

ລາຍງານໂດຍ: ຄໍາພັນ ສຸລິນທາ





_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad