ວາງແຜນສົ່ງຢາໄອ້ ຂ້າມຊາດຜ່ານ ສະໜາມບິນວັດໄຕ, ສຸດທ້າຍຖືກຈັບ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວາງແຜນສົ່ງຢາໄອ້ ຂ້າມຊາດຜ່ານ ສະໜາມບິນວັດໄຕ, ສຸດທ້າຍຖືກຈັບ!



ປາບປາມຢາເສບຕິດ: ໃນເດືອນເມສາ 2019 ທີ່ຜ່ານມາ, ເຈົ້າໜ້າທີ່ສະໜາມບິນສາກົນວັດໄຕ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສາມາດກວດພົບຢາເສບຕິດປະເພດຢາໄອສ໌ ກໍາລັງສົ່ງອອກປະເທດທີສາມ ແລະ ໃນເດືອນດຽວກັນເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ( 303 ) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດຈັບກຸມຜູ້ສົ່ງ ພ້ອມທັງຂະຫຍາຍຜົນຈັບຜູ້ຄ້່າາຂາຍໄດ້ 3 ຄົນ. ໃນນີ້ ຄົນຕ່າງຊາດ 2 ຄົນ.

ເຈົ້າໜ້າທີ່ກົມ 303 ເປີດເຜີຍວ່າ: ໄດ້ຮັບລາຍງານຈາກບໍລິສັດໄປສະນີແຫ່ງໜຶ່ງ ມີວັດຖຸທີ່ສົງໄສຢູ່ໃນແກັດເຄື່ອງທີ່ຈະຝາກອອກໄປຕ່າງປະເທດ ຫຼັງຈາກຜ່ານເຄື່ອງສະແກນເນີ ແລະ ໄດ້ກວດຄົ້ນເບິ່ງທາງໃນ ພົບວ່າມີຢາເສບຕິດປະເພດຢາໄອສ໌ , ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ພົວພັນຫາເຈົ້າຂອງເຄື່ອງດັ່ງກ່າວ ແລະ ກັກຕົວໄວ້ ຊື່ ນາງ ດາລີ ອາຍຸ 21 ປີ, ເຊື້ອຊາດ ແລະ ສັນຊາດລາວບ້ານບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.


ຈາກນັ້ນ ເຈົ້າໜ້າທີ່ໄດ້ດໍາເນີນການສືບສວນ-ສອບສວນເບື້ອງຕົ້ນສາມາດສືບຮູ້ໄດ້ວ່າເຄື່ອງຝາກດັ່ງກ່າວແມ່ນໄດ້ມາຈາກຄົນຕ່າງປະເທດ ເຊົ່າເຮືອນ ຢູ່ບ້ານສະພັງໝໍ້ , ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າປິດລ້ອມຈັບກຸມເປົ້າໝາຍພ້ອມທັງກວດຄົ້ນເຮືອນເປົ້່ໝາຍ ພ້ອມກັກໂຕຜູ້ຖືກຫາໄດ້ 2 ຄົນຊື່ ທ້າວ ເຄີຣີ່ ເຟຣນ ອາຍຸ 34 ປີ ແລະ ທ້າວ ອີເມີນິເກໂມ ໂມເຊັດ ອາຍຸ 47 ປີ ເຊື້ອຊາດ ແລະ ສັນຊາດໄນຈີເລຍ ປັດຈຸບັນ ພັກເຊົາຢູ່ບ້ານສະພັງໝໍ້ ເມືອງໄຊເສດເສດຖາ ນະຄອນຫຼວງວຽງຈັນ.





ພາບແລະຂ່າວ: ໜັງສືພິມຄວາມສະຫງົບ
_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad