ເມືອງໝື່ນ-ເມືອງປາກຊົມ ຈັດກິດຈະກຳແລ່ນມາລາທອນ ເພື່ອສຸຂະພາບ ສານສາຍສຳພັນລາວ-ໄທ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເມືອງໝື່ນ-ເມືອງປາກຊົມ ຈັດກິດຈະກຳແລ່ນມາລາທອນ ເພື່ອສຸຂະພາບ ສານສາຍສຳພັນລາວ-ໄທ



ລາວ-ໄທ: ຕອນເຊົ້າວັນທີ 26 ພຶດສະພາ 2019 ເມືອງໝື່ນ ແຂວງວຽງຈັນ ສປປ ລາວ ຮ່ວມກັບ ເມືອງປາກຊົມ ແຂວງເລີຍ ຣາຊາອານາຈັກໄທ ຈັດກິດຈະກຳແລ່ນມາລາທອນ ເພື່ອສຸຂະພາບ ສົ່ງເສີມການທ່ອງທ່ຽວ ວິຖີຊີວິດລຸ່ມແມ່ນ້ຳຂອງ ແລະ ແລກປ່ຽນ ວັດທະນາທຳຮີດຄອງປະເພນີ ພາຍໃຕ້ຄຳຂວັນທີ່ວ່າ "ເລີ່ມຕົ້ນເມືອງໄທ ເຂົ້າເສັ້ນໄຊປະເທດລາວ ປາກຊົມ - ເມືອງໝື່ນ"



ພິທີຈັດຂຶ້ນທີ່ ສ່ວນສິນປຣີມ ແຄມຂອງ ບ້ານຫາດເບ້ຍ ເມືອງປາກຊົມ ແຂວງເລີຍ ຣາຊາອານາຈັກໄທ ໂດຍໄດ້ຮັບກຽດ ເຂົ້າຮ່ວມເປັນປະທ່ານເປີດພິທີ ຂອງທ່ານ ຮອງເຈົ້າແຂວງເລີຍ,ທ່ານເຈົ້າເມືອງ ປາກຊົມ ,ທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ - ເມືອງໝື່ນ,ມີພະນັກງານວິຊາການລາວ,ໄທ ພ້ອມດ້ວຍນັກກິລາທ່ານຍິງ - ທ່ານຊາຍ ເຂົ້າຮ່ວມ 1 ພັນກວ່າຄົນ.



ທ່ານເຈົ້າເມືອງປາກຊົມ ໄດ້ລາຍງານສະພາບລວມຂອງເມືອງປາກຊົມໂດຍຫຍໍ້ ພ້ອມທັງກ່າວຈຸດປະສົງຂອງການແລນໃນຄັ້ງນີ້ ແລະ ຍັງໄດ້ລາຍສະເໜີສະຖານທີ່ທ່ອງທ່ຽວ ອາຫານການກິນ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ໃນເມືອງປາກຊົມ ຈາກນັ້ນທ່ານ ຮອງເຈົ້າເເຂວງ ເລີຍ ກໍ່ໄດ້ໃຫ້ກຽດກ່າວເປີດງານ ພ້ອມທັງໄດ້ຈູດພຸປ່ອຍໂຕນັກກິລາ ຢ່າງເປັນທາງການໃນເວລາ 9:00 ໂມງ, ຈາກສ່ວນສິນປຣີມແຄມຂອງ ຫາ ທ່າບັກ ບ້ານຄົກໄຜ່ ເມືອງປາຊົມ ໄລຍະທາງ 7 ກິໂລແມັດ, ເຊິ່ງຜູ້ທີ່ເຂົ້າເສັ້ນໄຊກ່ອນ ສຳລັບນັກກິລາຈາກປະເທດໄທ ອັນທີ່ 1 – 10 ປະເພດຊາຍ ແລະ ຍິງ ຈຳໄດ້ຂ້າມໄປແລ່ນຕໍ່ ທີ່ ຝັ່ງລາວ ຈາກນັ້ນ ກໍ່ໄດ້ຂ້າມເຮືອບັກໄປຕໍ່ຝັ່ງລາວ ບ້ານວັງ ຫາ ວັດສະຫວ່າງໂພໄຊຍະຣາມ ບ້ານນ້ຳຮີ້ ເມືອງໝື່ນ ແຂວງວຽງຈັນ ອີກ 4 ກິໂລ ລວມໄລຍະການເເລ່ນ ຄັ້ງນີ້ເເລ້ວ 11 ກິໂລແມັດ,ເຊິ່ງຜົນການແລ່ນມາລາທອນເພື່ອສຸຂະພາບ ເລີ່ມຕົ້ນເມືອງໄທເຂົ້າເສັ້ນໄຊເມືອງລາວ ໃນຄັ້ງນີ້ ນັກກິທີ່ເຂົ້າເສັ້ນໄຊກ່ອນ 3 ຄົນທຳອິດ ເເມ່ນນັກກິລາ ຈາກ ປະເທດໄທ.



ພາຍຫຼັງສຳເລັດການແລ່ນເປັນທີ່ຮຽບຮ້ອຍແລ້ວ ການນຳຈາກແຂວງເລີຍ ,ພະນັກງານວິຊາການ ນັກທ່ອງທ່ຽວ ພ້ອມດ້ວຍນັກກິລາ ກໍ່ໄດ້ຮ່ວມກັນ ທ່ຽວຊົມໄຫວ້ພະ ຖະຫວາຍ ກັນຕົ້ນ ເຊິ່ງໄດ້ຮັບການຕ້ອນຮັບ ຈາກການນຳເມືອງໝື່ນ ,ອົງການປົກຄອງ ບ້ານນ້ຳຮີ້ ເຖົ້າແກ່ເເນວໂຮມ ແລະ ພໍ່ແມ່ປະຊາຊົນ ຢ່າງອົບອຸ່ນ ຈາກນັ້ນກໍ່ພ້ອມກັນຮັບປະທານ ອາຫານປະຈຳເມືອງໝື່ນ ບ້ານນ້ຳຮີ້ ເປັນອາຫານທ່ຽງ ພ້ອມທັງ ມອບຂັນລາງວັນ ໃຫ້ນັກກິລາຕື່ມອີກ.

ຂ່າວ: ແຫວນຄຳ ເມືອງໝື່ນ




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad