7 ເຄັດ (ບໍ່) ລັບເພື່ອພັດທະນາການຂຽນໃຫ້ງາມຂື້ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

7 ເຄັດ (ບໍ່) ລັບເພື່ອພັດທະນາການຂຽນໃຫ້ງາມຂື້ນ


7 ເຄັດ(ບໍ່)ລັບເພື່ອພັດທະນາການຂຽນໃຫ້ງາມຂື້ນ

1. ເລືອກອຸປະກອນການຂຽນທີ່ເໝາະກັບເຮົາ
ມີຫຼາຍຄົນແນະນໍາວ່າ ບິກຊືມເໝາະທີ່ສຸດສໍາຫຼັບການຂຽນ ແຕ່ມັນກໍແລ້ວຄວາມມັກ ແລະຄວາມຖະນັດຂອງແຕ່ລະຄົນ.


 2. ຢືດເສັ້ນຢືດສາຍໜ້ອຍໜື່ງ
ຢືດເສັ້ນຢືດນີ້ວ ແລະຂໍ້ມືຈັກໜ້ອຍກ່ອນຂຽນເພື່ອຊ່ວຍໃຫ້ຜ່ອນຄ່າຍຈະເຮັດໃຫ້ການຂຽນສະບາຍຂື້ນ.


 3. ນັ່ງໃນທ່າທີ່ເໝາະສົມ
ການນັ່ງກໍມີສ່ວນທີ່ສໍາຄັນໃນການຂຽນ ໃຫ້ນັ່ງບ່ອນຕັ່ງທີ່ມີບ່ອນອີງຫຼັງທີ່ແຂງ ບໍ່ແມ່ນໂຊຟາ ແລະໃນເວລາຂຽນຕ້ອງນັ່ງຫຼັງຊື່.


 4. ຈັບບິກໃຫ້ຖືກຕ້ອງ
ວິທີຂຽນທີ່ຖືກຕ້ອງຄື ໃຫ້ບິກຢູ່ລະຫວ່າງນີ້ວໂປ້, ນິ້ວຊີ້ ແລະນີ້ວກາງແຕ່ມັນກະຂື້ນຢູ່ກັບຄວາມຖະນັດຂອງແຕ່ລະຄົນ.


 5. ຜ່ອນຄາຍຂໍ້ມື ແລະແຂນ, ຢ່າເນັ້ນມືເກີນໄປ
ໃຫ້ປ່ອຍແຂນ ແລະຂໍ້ມືຕາມສະບາຍ ການເນັ້ນນອກຈາກຈະເຮັດໃຫ້ປວດແຂນແລ້ວຍັງເຮັດໃຫ້ຂຽນບໍ່ດົນນໍາອີກ.


 6. ບໍ່ຕ້ອງຮີບຂຽນ
ຂໍ້ນີ້ອາດຈະຖືວ່າເປັນປັດໄຈຫຼັກເລຍກໍ່ວ່າໄດ້ ເນື່ອງຈາກການຂຽນໄວກໍຈະເຮັດໃຫ້ການຂຽນບໍ່ງາມ.


 7. ຝຶກຝົນຫຼາຍໆເທື່ອ

ໃຫ້ໝັ່ນຝຶກຝົນແບບນີ້ຕະຫຼອດ ລາຍມືຂອງທ່ານກໍຈະດີຂື້ນ
_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ






Post Bottom Ad