5.ສະໝຸນໄພແກ້ຜົມຫງອກ ຄືນຜົມດໍາເງົາງາມແບບວິທີທໍາມະຊາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5.ສະໝຸນໄພແກ້ຜົມຫງອກ ຄືນຜົມດໍາເງົາງາມແບບວິທີທໍາມະຊາດ

5.ສະໝຸນໄພແກ້ຜົມຫງອກ ຄືນຜົມດໍາເງົາງາມແບບວິທີທໍາມະຊາດ



   1.ງາດໍາ
  ງາດໍາເປັນໜື່ງໃນອາຫານທີ່ເຕັມໄປດ້ວຍໂພຊະນາການ(Nutrition)ໂດຍສະເພາະ calciumທີ່ຊ່ວຍບໍາລຸງສຸຂະພາບເສັ້ນຜົມໃຫ້ແຂງແຮງນອກຈາກນີ້ຍັງສາມາດຊ້າລົງການເກີດຜົມຫງອກຊ້າລົງກ່ອນວັຍນໍາ ວິທີກິນກໍບໍ່ຍາກພ່ຽງແຕ່ເຕີ່ມງາດໍາລົງໄປໃນອາຫານທຸກມື້ກໍຈະໄດ້ປະໂຫຍດນໍາກັນເຕັມໆ.




   2.ຂິງ
 ຮູ້ຈັກກັນດີວ່າຂິງມີສັບພະຄຸນໃນເລື່ອງຂອງການແກ້ອັກເສບ ແຕ່ອີກໜື່ງຄຸນປະໂຫຍດສໍາຫລັບເສັ້ນຜົມທີ່ບໍ່ຄວນມອງຂ້າກໍຄືການປ້ອງກັນຜົມຫງອກ ພ່ຽງແຕ່ໝັກຜົມດ້ວຍຂິງບົດຜະສົມກັບນໍ້າຜື້ງເປັນປະຈໍາ ປັນຫາຜົມຫງອກທີ່ເຮັດໃຫ້ກັງວົນຈົນໝົດຄວາມໝັ້ນໃຈກໍຈະບໍ່ມາໃຫ້ລໍາບາກໃຈອີກຕໍ່ໄປ.




  3.ຊາດໍາ
 ຄົນທີ່ມັກດື່ມຊາ ແລະກໍາລັງມີປັນຫາເລື່ອງຜົມຫງອກຄວນໃຊ້ວິທີນີ້  ນໍາໃບຊາດໍາທີ່ໃຊ້ແລ້ວມາແຊ່ນໍ້າໄວ້ຈົນກວ່າຈະເປັນນໍ້າຊາເຂັ້ມໆ ຈາກນັ້ນເຕີ່ມເກືອໃສ່ນ້ອຍໜື່ງ ແລ້ວນໍາມາປະໄວ້ໃສ່ຜົມ ປະໄວ້ປະມານ 1ຊົ່ວໂມງແລ້ວລ້າງອອກຕາມປົກກະຕິ ເຮັດແບບນີ້ຕິດຕໍ່ກັນປັນຫາຜົມຂາວກໍຈະລົດລົງ.




 4.ຫົວຫອມ
ຫົວຫອມທີ່ເຮົານິຍົມນໍາມາຮັບປະທານນັ້ນ ຖ້ານໍາມາຄັ້ນເອົາແຕ່ນໍ້າແລ້ວເອົາມາໝັກຜົມກໍຈະຊ່ວຍຮັກສາອາການຜົມຫງອກ ຜົມລົນ ແລະຫົວລ້ານໄດ້ ເພາະນໍ້າຂອງຫົວຫອມນັ້ນມີສິດໃນການບໍາລຸງເສັ້ນຜົມໃຫ້ແຂງແຮງຂື້ນ.



 5.ພິກໄທດໍາ

ພິກໄທດໍາສາມາດປິດຜົມຂາວໄດ້! ພ່ຽງແຕ່ນໍາມາບົດໃຫ້ລະອຽດແລ້ວມາປະສົມກັບໂຢເກີດແລ້ວໝັກຜົມປະໄວ້ ຈາກນັ້ນລ້າງອອກຕາມປົກກະຕິ ນອນນັ້ນໂຢເກີດຍັງເຮັດໃຫ້ຜົມນຸ້ມອີກ.

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad