ຂີ່ລົດຈັກອັດ 3 ຕໍາກັບລົດກະບະ ເຈັບ ສາຫັດທັງ 3 ທາງບ້ານດອນແດງ 26/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂີ່ລົດຈັກອັດ 3 ຕໍາກັບລົດກະບະ ເຈັບ ສາຫັດທັງ 3 ທາງບ້ານດອນແດງ 26/5/19


ນະຄອນຫຼວງວຽງຈັນ: ການຂີ່ລົດໂດຍບໍ່ນັບຖືກົດຈາລະຈອນ ໂດຍສະເພາະເດັກນ້ອຍ ແລະ ໄວລຸ້ນ ທີ່ຂີ່ລົດ ຊ້ອນສາມຊ້ອນສີ່, ອາຍຸບໍ່ຮອດກະສຽນ ຂັບລົດຈັກໄວ ກໍ່ເປັນອີກສາເຫດຂອງອຸບັດຕິເຫດ. ເຫດການລາຍງານຈາກສະມາຄົມອາສາກູໄພນະຄອນຫຼວງວຽງຈັນ 1624 ໃຫ້ຮູ້ວ່າ ໃນວັນທີ 26 ພຶດສະພາ 2019 ເວລາ 10:15 ນາທີ ໄດ້ພົບເຫດລົດກະບະຕໍາກັນກັບລົດຈັກ ມີຄົນເຈັບ 3 ຄົນ ເພດຊາຍ.



ຈຸດເກີດເຫດ ແມ່ນ ຢູ່ທີເຂດບ້ານດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ອອກກວດສອບເຫດ ຊ່ວຍຄົນເຈັບ 3 ຄົນ ມີອາການດັ່ງນີ້: 

-ຄົນທີ  1 ແມ່ນມີອາການບາດເຈັບກະທົບຫົວ, ເລືອດອອກຫູ.
-ຄົນທີ2 ແມ່ນມີອາການບາດເຈັບຂາຊ້າຍ, ມີປາດແຜບໍລິເວນປາກ.
-ຄົນທີ 3 ແມ່ນມີອາການບາດເຈັບແຂນຊ້າຍ, ຂາຂວາຫັກ. 

ດັ່ງນັ້ນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງໂຮງໝໍ 150 ຕຽງ. ເຕືອນໄພ ຜູ່ປົກຄອງ ຈົ່ງໄດ້ເອົາໃຈໃສ່ລູກຫຼານ. ບໍ່ຄວນອານຸຍາດ ໃຫ້ຂີ່ລົດຊ້ອນສາມຊ້ອນສີ່ ເພາະອາດຈະກໍ່ໃຫ້ເກີດອຸບັດຕິເຫດ.

ພາບແລະຂ່າວ: 1624













_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 


ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad