ລົດຕິດຍາວຫຼາຍກິໂລແມັດ ຍ້ອນລົດຂົນຊີມັງປີ້ນຂວາງທາງ ຂຶ້ນພູພະ 18/5/2019 (ມີຄລິບ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດຕິດຍາວຫຼາຍກິໂລແມັດ ຍ້ອນລົດຂົນຊີມັງປີ້ນຂວາງທາງ ຂຶ້ນພູພະ 18/5/2019 (ມີຄລິບ)



ແຂວງວຽງຈັນ: ອຸບັດຕິເຫດ ຂອງລົດຂົນສົ່ງ ແມ່ນເປັນບັນຫາ ທີ່ເກີດຂຶ້ນ ລາຍວັນ ແລະ ມີຄວາມຮຸນແຮງ ເພາະ ລົດເຫຼົ່ານີ້ ເປັນລົດຂະໜາດໃຫຍ່, ດັ່ງເຫດທີ່ເກີດຫຼ້າສຸດ ມີອຸບັດຕິເຫດ ລົດ ຂົນຊີມັງ ປີ້ນ ເວລາປະມານ 17:45 ວັນທີ 18 ພຶດສະພາ 2019, ທີ່ທາງ  13 ເໜືອ ບ້ານແສນຊຸມ ຂຶ້ນໄປຫາພູພະ, ເມືອງໂພນໂຮງ, ແຂວງວຽງຈັນ. ອຸບັດຕິເຫດ ເຮັດໃຫ້ລົດຕິດຍາວ ເປັນເວລາຫຼາຍຊົ່ວໂມງ.

ລົດທີ່ເກີດເຫດ ແມ່ນທະບຽນ ກໍາແພງນະຄອນ ບກ 7916 ແມ່ນໄດ້ປີ້ນຂວາງທາງຂຶ້ນ. ບໍ່ມິລາຍງານຜູ່ບາດເຈັບ ຈາກເຫດການນີ້.

ເຕືອນໄພທຸກຄົນຈະເດີນທາງໃຫ້ ລະມັດລະວັງ.











ຄລິບ






ລາຍງານໂດຍ: Kou Live


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad