ວຽກງານຮັບແຈ້ງຄວາມ ແລະ ແກ້ໄຂເຫດສຸກເສີນ 1191 ປກສ ເມືອງໄຊທານີ ຕ້ອງມີຄວາມວ່ອງໄວ ແລະ ມີຄຸນະພາບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວຽກງານຮັບແຈ້ງຄວາມ ແລະ ແກ້ໄຂເຫດສຸກເສີນ 1191 ປກສ ເມືອງໄຊທານີ ຕ້ອງມີຄວາມວ່ອງໄວ ແລະ ມີຄຸນະພາບ




ໃນບັ້ນຝຶກອົບຮົມວຽກງານຮັບແຈ້ງຄວາມ ແລະ ແກ້ໄຂເຫດສຸກເສີນ 1191 ປກສ ເມືອງໄຊທານີ ພັທ ສົມພຽນ ມີທາຮັກ ຮອງຫົວໜ້າສູນຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວເນັ້ນໃຫ້ ສະຖານີສະພັງມຶກ, ສະຖານີດອນຕີ້ວ ແລະ ສະຖານີໄຊສົມບູນ ທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ; ພ້ອມນີ້ ໃຫ້ນໍາເອົາບົດຮຽນ, ຄວາມຮູ້ທີ່ຮຽນມາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບ ແນໃສ່ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງເຈົ້າໜ້າທີ່ຂອງພວກເຮົາໄດ້ສະດວກສະບາຍໃນຍາມເດືອດຮ້ອນຈໍາເປັນ, ຮີບດ່ວນ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສາມາດແກ້ໄຂເຫດສຸກເສີນຕ່າງໆໄດ້ຢ່າງທັນການ.




ບັ້ນຝຶກອົບຮົມວຽກດັ່ງກ່າວ ແມ່ນຈັດຂຶ້ນໃນຕອນເຊົ້າ ແລະ ສໍາເລັດໃນຕອນບ່າຍຂອງວັນທີ 8 ພຶດສະພາຜ່ານມາ, ຢູ່ສະໂມສອນກອງບັນຊາການ ປກສ ເມືອງໄຊທານີ; ໂດຍການເປັນປະທານຂອງ ພັທ ຄໍາໄຊ ສີສົມສຸກ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ໃຫ້ກຽດເຂົ້າຮ່ວມຂອງ ພັທ ສົມພຽນ ມີທາຮັກ ຮອງຫົວໜ້າສູນຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງສະຖານີ, ຫົວໜ້າຕໍາຫຼວດກຸ່ມບໍລິການປະຊາຊົນ, ເລຂາພັກບ້ານ-ຮອງນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ 141 ສະຫາຍ.




ໃນບັ້ນຝຶກອົບຮົມ ບັນດານັກສໍາມະນາກອນແມ່ນໄດ້ຮັບຮູ້ບົດຮຽນສໍາຄັນຫຼາຍຢ່າງເປັນຕົ້ນແມ່ນ: ພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ ຂອງສະຖານີຕໍາຫຼວດຮັບແຈ້ງຄວາມ ແລະ ແກ້ໄຂເຫດສຸກເສີນ 1191, ວິທີການນໍາໃຊ້ອຸປະກອນເຕັກນິກລະບົບໂຟນີ, ການບໍາລຸງຮັກສາອຸປະກອນຕູ້ແລັກ, ເຊີເວີ, ໂຟນີ ສຽງວອດໃນລົດສະຫຼາມ ແລະ ການນໍາໃຊ້ເວບບາວເຊີ ໃນການຮັບ ແລະ ສົ່ງຂໍ້ມູນກັບຄືນສູນໃຫຍ່ PCC.

ຂ່າວໂດຍ: ບ່າວເມືອງເໜືອ
ປກສ ນະຄອນຫຼວງວຽງຈັນ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad