ສາລະວັນ ປະດັບປະດາສະຖານທີ່ແຫຼ່ງທ່ອງທ່ຽວ ແລະ ສິ່ງເອື້ອອຳນວຍຄວາມສະດວກ ຮອງຮັບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ທີ່ຈະມາເຖີງນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສາລະວັນ ປະດັບປະດາສະຖານທີ່ແຫຼ່ງທ່ອງທ່ຽວ ແລະ ສິ່ງເອື້ອອຳນວຍຄວາມສະດວກ ຮອງຮັບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ທີ່ຈະມາເຖີງນີ້





ສາລະວັນ: ເພື່ອເປັນການຊຸກຍູ້, ສົ່ງເສີມການທ່ອງທ່ຽວພາຍໃນແຂວງສາລະວັນ ໃຫ້ມີບັນຍາກາດຄືກຄື້ນ, ມ່ວນຊື່ນ ແລະ ມີຄວາມສະຫງົບ, ປອດໄພ ໂດຍສະເພາະໃນໄລຍະເທດສະການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2562 ທີ່ຈະມາເຖີງນີ້ ແລະ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ຽວແຂວງສາລະວັນ ມີຄວາມສະດວກສະບາຍໃນການທ່ຽວຊົມສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆພາຍໃນແຂວງ.




ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ໄດ້ມີການລົງກະກຽມສະຖານທີ່, ປະດັບປະດາ ແລະ ອື່ນໆ ເປັນຕົ້ນ: ໄດ້ປັບປຸງສິ່ງອຳນວຍຄວາມສະດວກໃນຂອບເຂດແຫຼ່ງທ່ອງທ່ຽວເຊັ່ນ: ປັບປຸງເສັ້ນທາງ, ຈັດສັນສະຖານທີ່ພາກລົດ, ປັບປຸງຂົວໄມ້ທີ່ເປ້ເພ, ສ້າງບ່ອນພັກຜ່ອນ, ບ່ອນຫຼິ້ນນໍ້າ, ບ່ອນຖ່າຍຮູບ, ມີການຕິດປ້າຍບອກເຂດອັນຕະລາຍ, ມີການອະນາໄມ ແລະ ປະດັບປະດາຢ່າງຈົບງາມ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທີ່ສໍາຄັນ ແລະ ເປັນຈຸດເຕົ້າໂຮມມວນຊົນຊາວແຂວງສາລະວັນ ກໍ່ຄືຕ່າງແຂວງ ເປັນຕົ້ນ: ແມ່ນຕາດເລາະ-ຕາດຮັງ, ປາກເສັດ-ແກ້ງກຸ, ອຸທິຍານພູຜາສຸກ ແລະ ແຫຼ່ງທ່ອງທ່ຽວອື່ນໆອີກຈຳນວນໜຶ່ງ.




ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖວທ ແຂວງ ໄດ້ສຳພາດວ່າ: ເພື່ອເຮັດໃຫ້ການທ່ອງທ່ຽວມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພ. ຫຼາຍພາກສ່ວນໄດ້ມີການປຶກສາຫາລື ໃນການຈັດຕັ້ງປ້ອງກັນເວນຍາມໃນແຕ່ລະຈຸດ ແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໃຫ້ທ່ວງທັນກັບສະພາບການ, ພ້ອມດຽວກັນນີ້ຍັງມີມາດຕະການ, ການອະນາໄມສະຖານທີ່ ແລະ ປັບປຸງບາງສະຖານທີ່ ຮອງຮັບນັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ໄດ້ເອົາໃຈໃສ່ໃນການເກັບຂີ້ເຫຍື່ອໃນແຕ່ມື້ຢ່າງລະອຽດ ຮັບປະກັນຄວາມສະອາດຈົບງາມຂອງແຫຼ່ງທ່ອງທ່ຽວອີກດ້ວຍ.




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad