ແລ່ນວິບາກທີ່ຫຼວງພະບາງ ມີຄົນຮ່ວມຢ່າງຫຼວງຫຼາຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແລ່ນວິບາກທີ່ຫຼວງພະບາງ ມີຄົນຮ່ວມຢ່າງຫຼວງຫຼາຍ


ໃນລະຫວ່າງ ວັນທີ່ 30-31 ມີນາ 2019, ບໍລິສັດລາວກຼີນ ດິດສໂຄເວລີລາວ ສາຂາແຂວງຫຼວງພະບາງ ຮ່ວມກັບບໍລິສັດເຄືອຂ່າຍ ໄດ້ຈັດງານແຂ່ງຂັນແລ່ນວິບາກ ຫຼວງພະບາງປະຈຳປີ 2019, ໂດຍໄດ້ແບ່ງເປັນ 4 ຮຸ່ນຄື: 96 ກິໂລແມັດ ຍີງ-ຊາຍ, 61 ກິໂລແມັດ ຍີງ-ຊາຍ, 30 ກິໂລແມັດ ຍີງ-ຊາຍ ແລະ 15 ກິໂລແມັດ ຍີງ-ຊາຍ.



ເຂົ້າຮ່ວມການແຂ່ງຂັນ ມີນັກແລ່ນທັງພາຍໃນ ແລະ ຕ່າງປະເທດ 300 ກ່ວາຄົນ ຈາກ 25 ປະເທດ.  ທ່ານ ອີນທີ ເດືອນສະຫວັນ, ປະທານບໍລິສັດ ບໍລິສັດລາວກຼີນ ດິດສໂຄເວລີລາວ ໄດ້ໃຫ້ສຳພາດວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ ເປັນຄັ້ງທີ່ 2 ໃນປະເທດລາວ ແລະ ເປັນຄັ້ງທຳອິດທີ່ຈັດຢູ່ແຂວງຫຼວງພະບາງ ໂດຍກຳນົດເອົາເສັ້ນທາງ ແຕ່ນ້ຳຕົກຕາດກວາງຊີ ໄປເຖີງບ້ານຊາດ, ບ້ານໜອງໂຕກ ແລະ ບ້ານລ້ອງເລົາ ໂດຍຜ່ານເສັ້ນທາງຍ່າງຊົມປ່າທຳມະຊາດ ແລ້ວກັບຄືນເຂົ້າເສັ້ນໄຊ ຢູ່ຈຸດເລີ່ມຕົ້ນ.




ເປົ້າຫມາຍຫຼັກຂອງການຈັດ ງານ ແມ່ນເພື່ອດືງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວປະເທດລາວ, ໂດຍສະເພາະ ສະຖານທີ່ຈັດງານແຂ່ງຂັນ, ທັງເປັນການປຸກລະດົມໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮ່ວມກັນອອກກຳລັງກາຍ ຕາມເສັ້ນທາງຜ່ານປ່າທຳມະຊາດ, ເຊີ່ງງານດັ່ງກ່າວນີ້ ແມ່ນໄດ້ຮັບການຕອບຮັບຈາກຫຼາຍພາກສ່ວນເປັນຢ່າງດີ. 




ສຳລັບການແຂ່ງຂັນແລ່ນໃນຄັ້ງນີ້ ແມ່ນໄດ້ເລີ່ມປ່ອຍຕົວນັກແລ່ນຈາກຈຸດເລີ່ມ ລວມມີ 2 ວັນດ້ວຍກັນ ໂດຍໃນວັນທີ່ 30 ມີນາ, ແມ່ນ ຮຸ່ນ 96 ກິໂລແມັດ ແລະ 61 ກິໂລແມັດ; ສ່ວນວັນທີ່ 31 ມີນາ ແມ່ນປ່ອຍຮຸ່ນ 30 ກິໂລແມັດ ແລະ 15 ກິໂລແມັດ. ສຳລັບຜູ້ທີ່ສາມາດເຂົ້າເສັ້ນໄຊທຸກຄົນ, ແມ່ນຈະໄດ້ຮັບຫຼຽນທີ່ ລະນຶກ; ສະເພາະຜູ້ທີ່ໄດ້ອັນດັບທີ່ 1 ຫາ ທີ່ 5 ແມ່ນຈະໄດ້ຮັບເສື້ອທີ່ລະນຶກ ແລະ ໂລ່ລາງວັນ, ໂດຍແມ່ນ ທ່ານອີນທີ ເດືອນສະຫວັນ, ປະທານບໍລິສັດ ບໍລິສັດລາວກຼີນ ດິດສໂຄເວລີລາວ ແລະ ຜູ້ຕາງ ຫນ້າບໍລິສັດເບຍລາວ ຂື້ນມອບ.



ເຂົ້າຮ່ວມພິທີເປີດ ການແຂ່ງຂັນດັ່ງກ່າວມີ ທ່ານ ສຸລິທີບ ໜໍ່ຄຸນຜົນ, ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ, ທ່ານ ຊາຍສະຫວັນ ຈັນມານິດ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍແຂກຮັບເຊີນ ແລະ ນັກແລ່ນຫຼາຍກ່ວາ 300 ຄົນ. 

ຂ່າວ-​ພາບ: ອາພຸດເດດ ບຸບຜາ

Post Bottom Ad