ທ່ານຮູ້ບໍ່? ວ່າການນັ່ງດົນໆ ແກ່ໄວຂື້ນ 8 ປີ!!! ໄພງຽບທີ່ຜູ້ຍິງຕິດຕັ່ງຄວນລະວັງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານຮູ້ບໍ່? ວ່າການນັ່ງດົນໆ ແກ່ໄວຂື້ນ 8 ປີ!!! ໄພງຽບທີ່ຜູ້ຍິງຕິດຕັ່ງຄວນລະວັງ




ທ່ານຮູ້ບໍ່ວ່າການນັ່ງດົນໆ ແກ່ໄວຂື້ນ 8 ປີ! ໄພງຽບທີ່ຜູ້ຍິງຕິດຕັ່ງຄວນລະວັງ
ຍິ່ງນັ່ງດົນຍິ່ງແກ່ໄວ.... ເຮົາອາດໄດ້ຍີນກັນແລ້ວວ່າການນັ່ງຢູ່ກັບທີ່ເປັນເວລາດົນໆ ບໍ່ມີການປ່ຽນແປງເລີຍນັ້ນສ່ຽງຕໍ່ໂລກໄພໄຂ້ເຈັບຫຼາຍຢ່າງບໍ່ວ່າຈະເປັນ ໂລກຕຸ້ຍ, ໂລກຫົວໃຈ, ໂລກຫຼອດເລືອດໃນສະໝອງ,​ຄວາມດັັນເລືອດສູງ ແລະ ອື່ນໆ ໂດຍສະເພາະຜູ້ຍິງທີ່ນັ່ງເກີນ 6 ຊົ່ວໂມງຕໍ່ວັນມີໂອກາດຈະເປັນມະເຮັງເມັດເລືອດຂາວ, ມະເຮັງຮ່າງໄຂ່, ມະເຮັງເຕົ້ານົມ ແລະ ມະເຮັງຊະນິດອື່ນໆ ຫຼາຍກວ່າຜູ້ຍິງທີ່ນັ່ງໜ້ອຍກ່ວາ 3 ຊົ່ວໂມງ ຕໍ່ວັນ ແຕ່ໃຜຈະຄິດວ່າການນັ່ງດົນໆເປັນສາເຫດໃຫ້ແກ່ໄວຂື້ນ 

ງານວິໄຈລ່າສຸດຂອງ Aladin Shadyab ແຫ່ງມະຫາວິທະຍາໄລແຄລິຟໍເນີຍ ທີ່ໄດ້ຕີພີມລົງໃນ American Journal of Epidemiology ລະບຸວ່າ ຜູ້ຍິງທີ່ນັ່ງດົນໆ ຫຼາຍກວ່າ 10 ຊົ່ວໂມງ ແລະ ບໍ່ອອກກໍາລັງກາຍເລີຍໃນແຕ່ລະວັນ ມີແນວໂນ້ມທີ່ຈະນໍ້າໜັກເກີນ ກາຍເປັນໂລກຕຸ້ຍ ເຊີ່ງເປັນຈຸດເລີ່ມຕົ້ນຂອງໂລກເລື້ອລັງຕ່າງໆໄດ້ຫຼາກຫຼາຍ ແຕ່ທີ່ໜັກກໍ່ຄື ນັກວິໄຈກັບພົບວ່າ ພຽງແຕ່ເປັນຄົນຕິດຕັ່ງ ມີນິໄສມັກນັ່ງດົນໆກໍ່ເຮັດໃຫ້ເຊວແກ່ຂື້ນໄດ້ປະມານ 8 ປີ ເມື່ອທຽບກັບຄົນທີ່ໜັ່ນອອກກໍາລັງກາຍ ຢ່າງໜ້ອຍມື້ລະ 30 ນາທີ ແລະ ມີນິໄສຂ້ອນຂ້າງເປັນຄົນບໍ່ມັກນັ່ງຕັ່ງດົນ



ໂດຍຈາກການສຶກສາຜົນເລືອດຂອງຜູ້ຍິງໄວໝົດປະຈໍາເດືອນກ່ວາ 1,500 ຄົນພົບວ່າໂຄຣໂມໂຊມ ຂອງສາວໆໄວທອງເຫຼົ່ານີ້ຈະມີຄວາມຍາວຂອງເທໂລເມີຍ (Telomere) ສັ້ນກ່ວາຜູ້ຍິ່ງທີ່ບໍ່ມັກນັ່ງດົນໆ ແລະ ໜັ່ນອອກກໍາລັງກາຍຢ່າງສະໝໍ່າສະເໜີ ເຊີ່ງເທໂລເມີຍ ນີ້ແລະ ທີ່ຈະເປັນຕົວກໍານົດວ່າເຮົາຈະແກ່ໄວ ຫຼື ຊ້າ ແລະ ຈະມີອາຍຸຍືນດົນປານໃດ ເພາະ ເທໂລເມີຍ ເປັນສ່ວນທີ່ຢູ່ປາຍສຸດຂອງ ໂຄຣໂມໂຊມ ທີ່ຊ່ວຍປົກປ້ອງໂຄຣໂມໂຊມ ບໍ່ໃຫ້ເຊື່ອມສະພາບໃນລະຫວ່າງທີ່ເຊວແບ່ງຕົວເພື່ອສ້ອມແປງສ່ວນຕ່າງໆ ຂອງຮ່າງກາຍ ແຕ່ເມື່ອເຮົາອາຍຸຫຼາຍຂື້ນ ເທໂລເມີຍ ກໍ່ຈະຫົດສັ້ນລົງໄປຕາມທໍາມະຊາດຈົນເຖິ່ງຈຸດໜຶ່ງທີ່ເຊວບໍ່ສາມາດແບ່ງຕົວໄດ້ອີກຕໍ່ໄປ ອະໄວຍະວະຕ່າງໆກໍ່ຈະເສື່ອມສະພາບອີກທັງຍັງມີອີກຫຼາຍປັດໄຈທີ່ເປັນຕົວເລັ່ງໃຫ້ ເທໂລເມີຍ ຫົດສັ້ນໄວຂື້ນນໍາເຊັ່ນ: ການຂາດການອອກກໍາລັງກາຍ, ຄວາມຄຽດ, ແອວກໍຮໍ ເປັນຕົ້ນ

 
ແຕ່ເຖີງແນວນັ້ນກໍ່ຢ່າຟ້າວຕື່ນຕູມກັນໄປ ເພາະຜົນການວິໄຈກ່ອນໜ້ານີ້ຫຼາຍງານວິໄຈເຜີຍຂ່າວດີມາວ່າ ເຮົາສາມາເຮັດໃຫ້ ເທໂລເມີຍຫົດຊ້າລົງໄດ້ດ້ວຍການອອກກໍາລັງກາຍ ກິນອາຫານທີ່ມີປະໂຫຍດ ຫຼີກລ້ຽງຄວາມຄຽດ ເຊິ່ງກໍ່ເປັນປັດໄຈທີ່ດີໃນການຢືດອາຍຸໄຂໃຫ້ເຊວ ແລະ ຄົງຄວາມອ່ອນເຍົາໃຫ້ເຮົາໄດ້ອີກວິທີໜຶ່ງ
ຮູ້ແນວນີ້ແລ້ວຄົນທີ່ມັກນັ່ງດົນໆ ກໍ່ລອງຫັນມາປັບປ່ຽນພຶດຕິກໍາການໃຊ້ຊີວິດປະຈໍາວັນກັນດີກ່ວາຄືການອອກກໍາລັງກາຍຖ້າຕ້ອງນັ່ງເປັນເວລາດົນໆ  ກໍ່ລຸກຂື້ນຢືດເສັ້ນຢືດສາຍພຽງເທົ່ານີ້ກໍ່ຈະຊ່ວຍໃຫ້ ເທໂລເມີຍ ຊອງທ່ານຫົດຊ້າລົງ ແລະ ທ່ານກໍ່ຈະເບິ່ງອ່ອນກ່ວາໄວໂດຍບໍ່ຕ້ອງເສີຍເງິນຈັກກີບ ທີ່ສໍາຄັນຍັງຊ່ວຍໃຫ້ທ່ານມີອາຍຸຍືນຍາວຂື້ນອີກດ້ວຍ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad