ຄາດຕະກຳເມຍຄາສວນກາເຟ ຍ້ອນສົງໄສວ່າຫຼິ້ນຊູ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄາດຕະກຳເມຍຄາສວນກາເຟ ຍ້ອນສົງໄສວ່າຫຼິ້ນຊູ້




ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ເປີດເຜີຍເຫດຄາດຕະກໍາເມຍຢູ່ສວນກາເຟ ເຂດບ້ານຫວ້ຍເຕົ່າ ເມືອງປາກຊ່ອງ ແຂວງຈຳປາສັກ ໃນກາງເດືອນມີນາຜ່ານມາ ຍ້ອນຜູ້ເປັນຜົວພົວພັນກັບ ຢາເສບຕິດ ແລະ ລະແວງເມຍຫຼິ້ນຊູ້ ຈຶ່ງລົງມືຄາດຕະກໍາດ້ວຍການເອົາຈົກຕີໃສ່ງ່ອນເມຍ ແລະ ເອົາພ້າປາດຄໍຈົນເສຍຊີວິດ.
ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 22 ມີນາ 2019 ນີ້ ເວລາປະມານ 11 ໂມງ ທ້າວ ສີລຳ ພັນ ອາຍຸ 34 ປີ ຢູ່ບ້ານແກ ເມືອງໂພນ ທອງ ແຂວງຈຳປາສັກ ລົງມືຄາດຕະ ກໍາເມຍ ຊື່ ນາງ ຄື້ມ ອາຍຸ 27 ປີ ເສຍ ຊີວິດ ເຈົ້າໜ້າທີ່ນໍາຕົວມາສອບສວນ ແລະ ສາລະພາບວ່າ: ໄດ້ແຕ່ງດອງກັບຜູ້ເສຍຊີວິດມາແຕ່ປີ 2012 ມີລູກຮ່ວມ ກັນ 2 ຄົນ, ຮອດປີ 2015 ໄດ້ພາຄອບຄົວໄປຮັບຈ້າງເກັບໝາກກາເຟ ແລະ ເສຍຫຍ້າສວນກາເຟຢູ່ເຂດບ້ານຫ້ວຍເຕົ່າ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ໄດ້ພົວພັນກັບຢາບ້າມາແລ້ວຫຼາຍຄັ້ງ; ຕົກມາຮອດທີ 16 ມີນາ 2019 ໄດ້ພາຄອບຄົວເມືອບ້ານເມືອບຸນບ້ານຢູ່ບ້ານແກ ເມືອງໂພນທອງ ແຂວງຈຳປາສັກ ມີການດື່ມເຫຼົ້າຈົນມຶນເມົາເກີດອາລະວາດຢູ່ເຮືອນ ອຳນາດການປົກຄອງບ້ານຈຶ່ງໄດ້ເຂົ້າມາຫ້າມ ແລະ ໄດ້ເຮັດບົດບັນທຶກກ່າວເຕືອນ ຕໍ່ມາກໍໄດ້ພາຄອບຄົວກັບໄປສວນກາເຟ.
ຮອດເວລາປະມານ 20 ໂມງ ຂອງມື້ດຽວກັນໄດ້ພາກັນເຂົ້ານອນ ແລະ ສົງໃສວ່າເມຍຫຼິ້ນຊູ້ ຈຶ່ງໄດ້ຖາມວ່າເຈົ້າຫຼິ້ນບ່າວບໍ?” ແຕ່ຜູ້ເປັນເມຍປະຕິເສດ ຕໍ່ມາຮອດວັນທີ 22 ມີນາ 2019 ເວລາ 7:00 ໂມງ ໄດ້ພາກັນໄປເສຍຫຍ້າຢູ່ສວນ ໃນເວລາເສຍຢູ່ນັ້ນຍັງຄິດວ່າເມຍຫຼິ້ນຊູ້ ຈຶ່ງໄດ້ເອົາຈົກຍ່າງໄປຕີໃສ່ງ່ອນເມຍທີ່ນັ່ງພັກຜ່ອນ 1 ບາດ ຈົນລົ້ມລົງ ແລະ ລຸກຂຶ້ນແລ່ນໜີ ຈາກນັ້ນ ແລ່ນນຳຫຼັງແລ້ວເອົາຈົກຕີໃສ່ຫົວອີກ 4 ບາດ ໝົດສະຕິ ຈາກນັ້ນກໍເອົາພ້າມາ ປາດຄໍຈົນເສຍຊີວິດ ແລະ ເອົາຕົວຫຼົບໜີ, ເຈົ້າໜ້າທີ່ນຳຈັບຕົວໄດ້ໃນເວລາຕໍ່ມາ.
ທີ່ມາ : ຫນັງສືພິມຄວາມສະຫງົບ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad