ອາກາດຮ້ອນອົບເອົ້າແບບນີ້ລະວັງຍຸງລາຍກັດເດີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອາກາດຮ້ອນອົບເອົ້າແບບນີ້ລະວັງຍຸງລາຍກັດເດີ້


ອາການຂອງໄຂເລືອດອອກໃນເດັກນ້ອຍອາດຈະມີອາການໄຂ້ແລະຜື່ນໃນຜູ້ໃຫຍ່ທີເປັນໄຂ້ເລືອດອອກອາດມີໄຂ້ສູງ ປວດຫົວ ປວດຕາມຕົນໂຕ ຕາແລະກ້າມເນື້ອໄຂ້ເລືອດອອກອາດຈະເຮັດໃຫ້ການຮັກສາຊ້າຜູ້ປ່ວຍຍອາດຈະເສຍຊີວິິດໄດ້ອາການໄຂ້ເລືອດອອກ ໄຂ້ສູງລອຍ ອາການເລືອດອອກ ຄວາມຜິດປົກກະຕິຂອງລະບົບໄຫຼວຽນເລືອດຫຼືຊັອກ



ການຮັກສາໂລກໄຂ້ເລືອດອອກ

ການກິນຢາຫຼຸດໄຂ້ເຊັດໂຕຫຼຸດໄຂ້ຄວນໃຊ້ຄືພາລເຊຕາມອນ ບໍ່ຄວນໃຊ້ຈຳພວກແອສໄພລີນ ເນື່ອງຈາກຈະເຮັດໃຫ້ເກັດເລືອດຜິດປົກກະຕິ

ໃສ່ນໍ້າທົດແທນເພາະຜູ້ປ່ວຍມີພາວະຂາດນໍ້າເພາະມີໄຂ້ສູງເບື່ອອາຫານ, ຮາກ, ຕິດຕາມເບີ່ງອາການໃກ້ຊິດຖ້າມີອາການປວດທ້ອງ ປັດສະວະນ້ອຍລົງ ມືແລະຕີນເຍັນໂດຍສະເພາະໃນຊ່ວງຫຼຸດຕ້ອງຮີບນໍາສົ່ງໂຮງໝໍທັນທີ






ກວດນັບຈໍານວນເມັດເລືອດແລະຄວາມເຂັ້ມຂຸ້ນຂອງເລືອດເປັນໄລຍະເພື່ອໃຫ້ປະລິມານການໃຫ້ສານນໍ້າທົດແທນ,

ການປ້ອງກັນໂລກໄຂ້ເລືອດອອກຄວບຄຸມສີ່ງແວດລ້ອມ ໃກ້ຕົວຮັກສາຄວາມສະອາດໃນເຮືອນຊານ ບໍ່ໃຫ້ມີນໍ້າຄັງ ປ້ອງກັນບໍ່ໃຫ້ຍຸງໄຂ່ໃສ່ , ການໃຊ້ຢາຂ້າຍຸງ ນອນໃນມຸງ ກິນອາຫານໃຫ້ຄົບຫ້າຫມູ່ ພັກຜ່ອນໃຫ້ພຽງພໍ ແລະ ພະຍາຍາມບໍ່ໃຫ້ຖືກຍຸງກັດ.

ຖ້າຮູ້ສຶກວ່າໂຕເອງມີອາການຄ້າຍຄືກັບໄຂ້ຍຸງ ຄວນໄປພົບແພດດີກວ່າ ກິນຢາປົ່ວເອງເດີ້

ຂໍຂອບໃຈທີ່ອ່ານ

ຫວັງຢ່າງຍີ່ງຄວາມຮູ້ນີ້ຈະເປັນປະໂຫຍດໃຫ້ແກ່ທ່ານ ແລະ ຄົນທີ່ທ່ານຮັກ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad