ຕຳຫຼວດແຂວງວຽງຈັນ ຈັບຜູ້ຂາຍຢາບ້າ ພ້ອມຂອງກາງ 18 ພັນເມັດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕຳຫຼວດແຂວງວຽງຈັນ ຈັບຜູ້ຂາຍຢາບ້າ ພ້ອມຂອງກາງ 18 ພັນເມັດ






ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ຮັບແຫຼ່ງຂ່າວວ່າ: ມີກຸ່ມຄົນຄ້າຂາຍຢາເສບຕິດຢູ່ຂອບເຂດເມືອງທຸລະຄົມ ຈຶ່ງປະສານສົມທົບ ປກສ ເມືອງ ຕິດ ຕາມເປົ້າໝາຍໃນຄັ້ງວັນທີ 28 ມີນາ 2019 ຜ່ານມານີ້ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ເອ່ຍລໍ່ ອາຍຸ 24 ປີ, ຢູ່ບ້ານທ່າດິນແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢາບ້າ ຈໍານວນ 3 ແພັກ, ມີ 9 ມັດ, ເທົ່າກັບ 18.000 ເມັດ, ມາດໍາເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ໃຫ້ຮັບສາລະພາບວ່າ: ໃນວັນທີ 28 ມີນາ 2019 ຜ່ານມານີ້ ໄດ້ມີຄົນບໍ່ຊາບຊື່ໄດ້ໂທລະສັບສັ່ງຊື້ຢາບ້ານໍາຜູ້ກ່ຽວ ຈໍານວນ 9 ມັດ ເທົ່າກັບ 18. 000 ເມັດ; ຈາກນັ້ນ ຈຶ່ງໄດ້ບອກ ທ້າວ ເຕົ້າລໍ່ ຄົນຮູ້ຈັກໄປຊອກຊື້ຢາບ້າມາຂາຍ ເພື່ອເອົາກໍາໄລ ຖ້າວ່າຂາຍໄດ້ແລ້ວ ກໍາໄລແມ່ນເອົາມາແບ່ງກັນຄົນເຄິ່ງ, ພາຍຫຼັງ ທ້າວ ເຕົ້າລໍ່ ຊອກຊື້ຢາບ້າມາ ໄດ້ແລ້ວ ຈໍານວນ 3 ແພັກ ມີ 9 ມັດ ເທົ່າກັບ 18.000 ເມັດ ແລ້ວພວກ ກ່ຽວທັງສອງກໍໄດ້ນັດຊື້-ຂາຍຢາບ້າຈໍານວນດັ່ງກ່າວກັບຄົນບໍ່ຊາບຊື່ ຢູ່ເສັ້ນທາງຂອບເຂດຊາຍແດນບ້ານຊໍາບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕິດກັບຊາຍແດນເມືອງທຸລະຄົມ ແຂວງວຽງຈັນ ໂດຍ ທ້າວ ເຕົ້າລໍ່ ເປັນຄົນຂັບ ລົດຈັກສ່ວນ ທ້າວ ເອ່ຍລໍ່ ເປັນຜູ້ຊ້ອນ ທ້າຍ ພ້ອມທັງເປ້ຖົງຢາບ້າຈໍານວນດັ່ງກ່າວ ພໍໃກ້ຈະຮອດຈຸນັດໝາຍ ເຈົ້າ ໜ້າທີ່ເຫັນລົດສົງໄສຈຶ່ງໄດ້ຂີ່ລົດໄລ່ ຕາມ ຈາກນັ້ນ ທ້າວ ເຕົ້າລໍ່ ໄດ້ຈອດລົດ ແລ້ວແລ່ນໜີເຂົ້າປ່າ ສ່ວນ ທ້າວ ເອ່ຍ ລໍ່ ກໍາລັງຈະເອົາຕົວຫຼົບໜີ ແຕ່ເຈົ້າໜ້າ ທີ່ໄລທັນ ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມ ຂອງກາງຢາບ້າ ຈໍານວນ 3 ແພັກ ມີ 9 ມັດ ເທົ່າກັບ 18.000 ເມັດ.


ນອກຈາກນີ້, ຜູ້ກ່ຽວຍັງຮັບສາລະພາບຕື່ມອິກວ່າ: ຕົນກັບ ທ້າວ ເຕົ້າລໍ່ ແມ່ນໄດ້ຮ່ວມກັນຊື້-ຂາຍຢາບ້ານໍາກັນມາຫຼາຍຄັ້ງຈົນນັບບໍ່ຖ້ວນ ແລະ ປັດຈຸບັນເຈົ້າໜ້າທີ່ກໍາລັງຕິດຕາມຈັບຕົວ ທ້າວ ເຕົ້າລໍ່ ທີ່ເອົາຕົວຫຼົບໜີມາດໍາເນີນຄະດີຕາມລະບຽບກົດໝາຍຂອງບ້ານ ເມືອງໃນຂັ້ນຕໍ່ໄປ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad